ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງ,ນຳໃຊ້ງົບປະມານແຫ່ງລັດ
ພາບປະກອບ
(vovworld) – ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 13, ຕອນເຊົ້າວັນທີ 11/11, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ ຮັບຟັງທ່ານ ຫງວຽນວັນເຢົາ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການເສດຖະກິດ ສະເໜີບົດລາຍງານ, ອະພິປາຍ, ຮັບເອົາຄຳເຫັນປັບປຸງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ທຶນຂອງລັດ ເຂົ້າໃນການຜະລິດ, ດຳເນີນທຸລະກິດ ແລະ ປຶກສາຫາລືບາງເນື້ອໃນຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍສະບັບນີ້. ທ່ານນາງ ຫງວຽນທິກິມເງິນ, ຮອງປະທານສະພາແຫ່ງຊາດ ຊີ້ນຳກອງປະຊຸມ.
ບົດລາຍງານຮັບເອົາຄຳເຫັນ, ປັບປຸງ, ອະພິປາຍຮ່າງກົດໝາຍ ໂດຍທ່ານຫົວໜ້າກຳມາທິການເສດຖະກິດ ສະເໜີໃຫ້ຮູ້ວ່າ, ປະຈຸບັນ, ຄວາມສຳນຶກ “ທຶນຂອງລັດ” ທີ່ກຳນົດຢູ່ບາງກົດໝາຍຄື: ກົດໝາຍວ່າດ້ວຍການປະມູນ, ກົດໝາຍວ່າດ້ວຍການປະຕິບັດການປະຢັດ, ຕ້ານການຟູມເຟືອຍ… ມີຄວາມແຕກຕ່າງກັນ ຍ້ອນຕ້ອງເໝາະສົມກັບຂອບເຂດປັບປຸງຂອງແຕ່ລະກົດໝາຍ. ສະນັ້ນ, ຂໍ້ 8 ມາດຕາ 3 ຂອງຮ່າງກົດໝາຍໄດ້ເຮັດແຈ້ງຄວາມສຳນຶກ “ທຶນຂອງລັດຢູ່ວິສາຫະກິດ” ເໝາະສົມກັບຂອບເຂດປັບປຸງຂອງກົດໝາຍ, ໃນນັ້ນຊີ້ແຈ້ງບັນດາແຫຼ່ງທຶນເຊິ່ງລັດໄດ້ລົງທຶນໃນເບື້ອງຕົ້ນໃຫ້ແກ່ວິສາຫະກິດ ແລະ ເພີ່ມເຕີມໃຫ້ວິສາຫະກິດໃນວິວັດການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຫຼື ໄດ້ຮັບການສ້າງຕັ້ງຈາກກຳໄລພາຍຫຼັງເສຍພາສີຂອງວິສາຫະກິດ. ພິເສດ, ຮ່າງກົດໝາຍໄດ້ກຳນົດຢ່າງຈະແຈ້ງບັນດາຂະແໜງ, ຂົງເຂດເຊິ່ງລັດບໍ່ເຂົ້າຮ່ວມ ຫຼື ເຂົ້າຮ່ວມໃນລະດັບຈຳກັດ; ບັນດາຂົງເຂດເຊິ່ງລັດຕ້ອງຮັກສາທຶນ ແລະ ຍູ້ແຮງຂົງເຂດລັດຕ້ອງຖອນທຶນຢູ່ວິສາຫະກິດ.
ເວລາຍັງເຫຼືອໃນຕອນເຊົ້າວັນທີ 11/11, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ທຶນຂອງລັດເຂົ້າໃນການຜະລິດ, ດຳເນີນທຸລະກິດ.
ໃນວາລະເຮັດວຽກຕອນບ່າຍ 11/11, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫລືຢູ່ໜ່ວຍ ກ່ຽວກັບຮ່າງກົດໝາຍປະກາດໃຊ້ເອກະສານນິຕິກຳ ແລະ ແຜນຮ່າງປ່ຽນໃໝ່ຫຼັກສູດ, ປື້ມຕຳລາສຶກສາຊັ້ນປະຖົມ.