(vovworld) - ຕອນບ່າຍວັນທີ 07/04, ສະພາແຫ່ງຊາດໄດ້ຮັບຮອງເອົາບັນດາມະຕິກ່ຽວກັບການພົ້ນຕຳແໜ່ງຮອງປະທານປະເທດສຳລັບທ່ານນາງ ຫວຽນທິຢວານ, ພົ້ນຕຳແໜ່ງປະທານສານປະຊາຊົນສູງສຸດສຳລັບທ່ານ ເຈືອງຮ່ວາບິ່ງ ແລະ ພົ້ນຕຳແໜງຫົວໜ້າອົງການໄອຍະການປະຊາຊົນສູງສຸດສຳລັບທ່ານ ຫງວຽນຮ່ວາບິ່ງ.
ໃນວາລະເຮັດວຽກຕອນບ່າຍວັນທີ 07/04, ທ່ານປະທານປະເທດ ເຈີນດ້າຍກວາງ ອ່ານໃບສະເໜີກ່ຽວກັບການຄາດຄະເນບຸກຄະລາກອນ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງຮອງປະທານປະເທດ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ທ່ານປະທານປະເທດຍື່ນສະເໜີສະພາແຫ່ງຊາດພິຈາລະນາເລືອກຕັ້ງທ່ານນາງ ດັ້ງທິງອກທິ້ງ, ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 12, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ສະມາຊິກສະພາແຫ່ງຊາດຊຸດທີ 13 ຮັບດຳລົງຕຳແໜ່ງເປັນຮອງປະທານປະເທດ ສສ.ຫວຽດນາມ. ແລະພິຈາລະນາເລືອກຕັ້ງທ່ານ ເຈືອງຮ່ວາບິ່ງ, ເລຂາສູນກາງພັກຊຸດທີ 12, ສະມາຊິກສະພາແຫ່ງຊາດຊຸດທີ 13 ຮັບດຳລົງຕຳແໜ່ງປະທານສານປະຊາຊົນສູງສຸດ. ພິຈາລະນາເລືອກຕັ້ງທ່ານ ເລມິງຈິ໋, ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 12, ຮອງຫົວໜ້າຄະນະວຽກງານການເມືອງພາຍໃນດຳລົງຕຳແໜ່ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ.