ສະພາແຫ່ງຊາດຢູແກຼນຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູລັດຖະທຳມະນູນປີ2004

ສະພາແຫ່ງຊາດຢູແກຼນຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູລັດຖະທຳມະນູນປີ2004 - ảnh 1
ທ່ານ​ປະທານາທິບໍດີ ຢູ​ແກຼນ Viktor Yanukovych (ທີ 2 ເບື້ອງຊ້າຍ) ພົບປະກັບທູດຂອງສະຫະພາບ ເອີລົບ
(ພາບ: vietnamplus.vn)

(vovworld) - ຕອນ​ຄຳ່​ວັນ​ທີ 21/2, ດ້ວຍ​ບັດ​ເຫັນ​ດີ 386 ບັດ, ສະພາ​ແຫ່ງ​ຊາດ ຢູ​ແກຼນ (ລວມມີ​ 450 ທີ່​ນັ່ງ) ​ໄດ້​ຮັບຮອງ​ເອົາ​ກົດໝາຍວ່າ​ດ້ວຍ​ການ​ຟື້ນ​ຟູ​ລັດຖະທຳ​ມະນູນ​ປີ 2004, ​ໃນ​ນັ້ນ, ຈຳກັດ​ສິດ​ອຳນາດ​ຂອງ​ປະທານາທິບໍດີ​ພໍ​ສົມຄວນ ​ແລະ ​ເພີ່ມທະວີ​ສິດ​ໃຫ້​ອົງການ​ນິຕິ​ບັນ​ຍັດ. ​ເອກະສານດັ່ງກ່າວ​ໄດ້​ຮັບ​ຮອງ​ເອົາ​ພາຍຫຼັງ​ທີ່​ທ່ານ​ປະທານາທິບໍດີ ຢູ​ແກຼນ Viktor Yanukovych ​ແລະ ບັນດາ​ຫົວໜ້າ​ຝ່າຍ​ຄ້ານ​ເຊັນ​ຂໍ້​ຕົກລົງ​ຢຸດຕິ​ວິ​ກິດ​ການ​ທີ່​ແກ່ຍາວ​ເປັນ​ເວລາ 3 ​ເດືອນ​ຜ່ານ​ມາ​ຢູ່​ປະ​ເທດ​ນີ້. ກໍ່​ທີ່​ກອງ​ປະຊຸມ​ດັ່ງກ່າວ, ດ້ວຍ​ບັດ​​ເຫັນ​ດີ 372 ບັດ, ສະພາ​ແຫ່ງ​ຊາດ ຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ສືບ​ຕໍ່​ອະ​ໄພ​ຍະ​ໂທດ​ໃຫ້​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ຈັບ​ຕົວ.

    ​ໃນ​ທັນທີ, ຫາງ​ສຽງ​ໂລກ​ໄດ້​ຕີ​ລາຄາ​ສູງ​ຂໍ້​ຕົກລົງ​ທີ່​ລັດຖະບານ ຢູ​ແກຼນ ​ແລະ ຝ່າຍ​ຄ້ານ​ຫາ​ກໍ່​ລົງ​ນາມ. ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki – moon ຖະ​ແຫຼ​ງວ່າ ທ່ານ​ຊົມ​ເຊີຍ​ການ​ຮ່ວມ​ມື​ນີ້ຂອງ​ລັດຖະບານ ​ແລະ ບັນດາ​ຝ່າຍ​ຄ້ານ​ຢູ່ ຢູ​ແກຼນ, ຖື​ນີ້​ແມ່ນ​ບາດກ້າວ​ສຳຄັນ​ຊ່ວຍ​ໃຫ້​ປະ​ເທດ​ນີ້​ຫັນ​ສະພາບ​ການ​ເປັນ​ສະຖຽນ​ລະ​ພາບ. ທ່ານ​ເລຂາທິການ​ໃຫຍ່ Ban Ki – moon ​ໄດ້​ໂອ້​ລົ​ມທາງ​ໂທລະສັບ​ກັບ​ທ່ານ​ປະທານາທິບໍດີ ຢູ​ແກຼນ Viktor Yanukovych.

    ​ໃນ​ຂະນະ​ນັ້ນ, ສະຫະພາບ​ເອີ​ລົບ (ອີ​ຢູ) ກໍ່​ອອກ​ຖະ​ແຫຼ​ງການ​ຄ້າຍ​ຄື​ກັນ. ປະທານ​ລັດຖະສະພາ ​ເອີ​ລົບ, ທ່ານ Martin Schulz, ຢັ້ງຢືນ​ການ​ຜັນ​ແປ​ໃໝ່​ຢູ່ ຢູ​ແກຼນ ​ໄດ້​ເປີດ​ຄວາມ​ຫວັງ​ໃໝ່ ​ແລະ ຊ່ວຍ​ປະ​ເທດ​ນີ້​ຫຼີກ​ລ້ຽງ​​ສະພາບ​ຊົ່ວ​ຮ້າຍ​ທີ່​ສຸດ​ແມ່ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ປີນ​ຂັ້ນ​ໄດ. ອົງການ NATO ກໍ່​ຕີລາຄາ​ຂໍ້​ຕົກລົງ​ດັ່ງກ່າວ​ແມ່ນ​ຕັ້ງໜ້າ. ​ໃນ​ວັນ​ທີ 21/2, ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຂໍ້​ຕົກລົງນີ້, ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Obama ຍັງ​ຖະ​ແຫຼ​ງວ່າ, ຖ້າ​ຫາກ​ຈຳ​ເປັນ, ກໍ່​ພ້ອມ​ແລ້ວທີ່​ຈະ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​​ໂທ​ດ​ໃໝ່​ສຳລັບ ຢູ​ແກຼນ.



ຂ່າວ/ບົດ​ອື່ນ