ສະພາແຫ່ງຊາດຮັບຮອງເອົາກົດໝາຍຈຳນວນໜຶ່ງ

(VOVWORLD) - ດ້ວຍຄະແນນສຽງເຫັນດີສ່ວນຫຼາຍ, ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມມາດຕາ 3 ຂອງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືຊ່ວຍໜູນ
ສະພາແຫ່ງຊາດຮັບຮອງເອົາກົດໝາຍຈຳນວນໜຶ່ງ - ảnh 1 ປະທານສະພາແຫ່ງຊາດຫງວຽນທິກິມເງິນມອບຊໍດອກໄມ້ຊົມເຊີຍ

ຕອນບ່າຍວັນທີ 25 ພະຈິກ, ດ້ວຍຄະແນນສຽງເຫັນດີສ່ວນຫຼາຍ, ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມມາດຕາ 3 ຂອງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືຊ່ວຍໜູນ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ, ຂ້າມແດນ, ການຢູ່ອາໄສຂອງຊາວຕ່າງປະເທດທີ່ຫວຽດນາມ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ…

      ແລະ ກໍໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານຮ່ວາງແທງຕຸ່ງ ດຳລົງຕຳແໜ່ງປະທານກຳມາທິການກົດໝາຍຂອງ ສະພາແຫ່ງຊາດຊຸດທີ 14 .

ຕອບກັບ

ຂ່າວ/ບົດ​ອື່ນ