ສະມາຊິກສະພາແຫ່ງຊາດຊຸດໃໝ່ເກຼັກສະບານຕົວຮັບດຳລົງຕຳແໜ່ງ
ຄະນະລັດຖະບານຊຸດໃໝ່ ເກຼັກ ຈັດວາລະປະຊຸມທຳອິດໃນວັນທີ 28/1
(ພາບ: AFP/TTXVN)
|
(vovworld) – ວັນທີ 5/2, ສະມາຊິກສະພາແຫ່ງຊາດຊຸດໃໝ່ຂອງ ເກຼັກ ສະບານຕົວຮັບດຳລົງຕຳແໜ່ງ ແລະ ຮຽກໂຮມປະຊຸມວາລະປະຊຸມທຳອິດນັບແຕ່ການເລືອກຕັ້ງທົ່ວປະເທດໃນວັນທີ 25/1 ຜ່ານມາ, ເປັນຄັ້ງທຳອິດຢູ່ສະພາແຫ່ງຊາດ ເກຼັກ ນຳພັກການເມືອງຝ່າຍຊ້າຍຂຶ້ນກຳອຳນາດຢູ່ ເກຼັກ ນັບແຕ່ສົງຄາມໂລກຄັ້ງທີ 2. ວາລະປະຊຸມໂດຍທ່ານນາຍົກລັດຖະມົນຕີຄົນໃໝ່ Alexis Tsipras ສະເໜີ, ດ້ວຍຈຸດປະສົງຕີລາຄາມາດຕະການແກ້ໄຂວິກິດການໜີ້ຂອງ ເກຼັກ, ທີ່ເຄີຍເປັນຫົວຂໍ້ຕົ້ນຕໍໃນການພົບປະຄັ້ງຕ່າງໆລະຫວ່າງນາຍົກລັດຖະມົນຕີ ເກຼັກ ແລະ ບັນດາເຈົ້າໜ້າທີ່ ເອີລົບ ໃນຊຸມວັນຜ່ານມາ. ຄາດວ່າ, ທ້າຍທິດນີ້, ທ່ານ Tsipras ຈະປະກາດນະໂຍບາຍຂອງລັດຖະບານ ແລະ ການປ່ອນບັດໄວ້ວາງໃຈສຳລັບລັດຖະບານຂອງທ່ານທີ່ຈະດຳເນີນໃນຕອນຄ່ຳວັນທີ 9/2 ຈະມາເຖິງ.