ສະວິດເປີດສະຖານກົງສູນໃຫຍ່ປະຈຳນະຄອນໂຮ່ຈີມິນ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດສະວິດ Didier Burkhalter ແລະ
ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເຮື໋ອງ້ອກທ້ວນ
(ພາບ: Thanh Vu/TTXVN)
(vovworld) – ຕອນບ່າຍວັນທີ 2/6, ຢູ່ນະຄອນໂຮ່ຈີມິນ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດສະວິດ Didier Burkhalter ແລະ ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເຮື໋ອງ້ອກທ້ວນ ໄດ້ຕັດແຖບຜ້າເປີດສະຫຼອງສະຖານກົງສູນໃຫຍ່ສະວິດ ປະຈຳນະຄອນໂຮ່ຈີມິນ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດສະວິດ Didier Burkhalter ຢັ້ງຢືນວ່າ: ການເປີດສະຖານກົງສູນໃຫຍ່ສະວິດ ປະຈຳນະຄອນໂຮ່ຈີມິນ, ຊຶ່ງແມ່ນສູນກາງເສດຖະກິດຂອງຫວຽດນາມ, ໄດ້ສະແດງໃຫ້ເຫັນການພັດທະນາ ແລະ ເປີດກ້ວາງຄວາມສຳຄັນໃນການພົວພັນລະຫວ່າງ 2 ປະເທດ. ອົງການຕາງໜ້າໃໝ່ຈະຊຸກຍູ້ການແລກປ່ຽນດ້ານເສດຖະກິດລະຫວ່າງ 2 ປະເທດ, ໜູນຊ່ວຍໃຫ້ບັນດາວິສາຫະກິດສະວິດ ເຂົ້າມາເຄື່ອນໄຫວດຳເນີນທຸລະກິດ ແລະ ລົງທຶນຢູ່ຫວຽດນາມ ຢ່າງຕັ້ງໜ້າ, ປະກອບສ່ວນສ້າງວຽກເຮັດງານທຳ ແລະ ຍົກສູງຊີວິດການປັນຢູ່ຂອງປະຊາຊົນ. ສ່ວນທ່ານ ເຮື໋ອງ້ອກທ້ວນ ກໍ່ຢັ້ງຢືນວ່າ: ນະຄອນໂຮ່ຈີມິນ ຈະສືບຕໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສະຖານກົງສູນໃຫຍ່ສະວິດ ປະຈຳນະຄອນໂຮ່ຈີມິນ ຊຸກຍູ້ບັນດາແຜນການ, ໂຄງການຮ່ວມມື 2 ຝ່າຍ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ສະວິດ.