ສະຫລຸບ 3 ປີແຫ່ງການ ປະຕິບັດແຜນຮ່າງພັດ ທະນາການສຶກສາ ສຳລັບບັນດາຊົນເຜົ່າ ສ່ວນໜ້ອຍທີ່ສຸດ


 ສະຫລຸບ 3 ປີແຫ່ງການ ປະຕິບັດແຜນຮ່າງພັດ ທະນາການສຶກສາ ສຳລັບບັນດາຊົນເຜົ່າ ສ່ວນໜ້ອຍທີ່ສຸດ - ảnh 1

(ພາບ: ໜັງສືພິມ​ຟູ​ທໍ້)

 (vovworld)- ​ ​ ວັນ​ທີ 27/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໄດ້​ຈັດການ​ສະຫລຸບ 3 ປີ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ເຊັນ​ອະນຸມັດແຜນ​ຮ່າງ​ພັດທະນາ​ການ​ສຶກສາ​ສຳລັບ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອ​ຍທີ່​ສຸດ ​ໄລຍະ 2010-2015. ​ໄລ່​ຮອດທ້າຍ​ປີ 2013, ຈຳນວນ​ເງິນ​ທັງ​ໝົດ​ຂອງສູນ​ກາງ​ແບ່ງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ເພື່ອ​ລົງທຶນ, ກໍ່ສ້າງ​ພື້ນຖານ​ດ້ານ​ວັດຖຸ​ໃຫ້​ບັນດາ​ໂຮງຮຽນ​ປະຖົມ​ມີ​ນັກຮຽນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ສຸດ​ແມ່ນ​ເກື​ອບ 66 ຕື້​ດົ່ງ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ຂອງ​ແຜນ​ຮ່າງໃນ 2 ປີ​ຕໍ່​ໄປ, ທ່ານ​ນາງ​ຫງຽນທິ​ເຫ​ງ້ຍ ຮອງ​ລັດຖະມົນຕີກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຖື​ວ່າ:

  “ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ໄດ້​ຮັບ​ເງິນ​ຈາກ​ຫຼາຍ​ແຫຼ່ງ. ນອກຈາກ​ແຫຼ່ງຈາກ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ຕ້ອງ​ມີ​ແຫຼ່ງ​ເງິນ​ຂອງ​ສັງຄົມ​ເພື່ອ​ສາມາດ​ປະຕິບັດ​ການ​ລົງທຶນ​ໃຫ້​ແກ່​ພື້ນ​ຖານ​ວັດຖຸ​ສຳ​ເລັດ ​ເພື່ອ​ໃຫ້​ຄູ​ອາຈານ​ອຸ່ນ​ອ່ຽນ​ໃຈ​ສິດສອນ​ໃຫ້​ນັກຮຽນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ສຸດ“.

 

ຂ່າວ/ບົດ​ອື່ນ