ສະຫະປະຊາຊາດອອກສານເນື່ອງໃນໂອກາດວັນສາກົນຕ້ານການທົດລອງນິວເຄຼຍ

ສະຫະປະຊາຊາດອອກສານເນື່ອງໃນໂອກາດວັນສາກົນຕ້ານການທົດລອງນິວເຄຼຍ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon
(ພາບ:THX/TTXVN)

(vovworld) - ເນື່ອງ​ໃນ​ໂອ​ກາດວັນ​ສາ​ກົນ​ຕ້ານ​ການ​ທົດ​ລອງ​ນິວ​ເຄຼຍ, ​ວັນ​ທີ 29/08, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງຂອງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ພ້ອມ​ກັນຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ລົງ​ນາມ ແລະ ໃຫ້​ສັດ​ຕະ​ຍາ​ບັນສັນ​ຍາ​ຫຼາຍ​ຝ່າຍ. ຕາມນັ້ນ​ແລ້ວ, ຫ້າ​ມ​ທຸກ​ເຫ​ດການ​ລະ​ເບີ​ດ​ນິວ​ເຄຼຍຮັບ​ໃຊ້​ທັງ​ຈຸດ​ປະ​ສົງ​ພົນ​ລະ​ເມືອງ ແລະ ການ​ທະ​ຫານ ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ. ໃນ​ສານ​ດັ່ງ​ກ່າວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ເນັ້ນ​ໜັກ​ວ່າ, ວັ​ນ​ທີ 29/08, ເປັນ​ຂີດ​ໝາຍ​ຄົບ​ຮອບ ¼ ສັດ​ຕະ​ວັດ ນັບ​ແຕ່​ເມື່ອ​ອັດ​ປະ​ຕູເຂດ​ທົດ​ລອງ​ນິວ​ເຄຼຍ Semipalatinsk ຢູ່ ກາ​ຣັກ​ສະ​ຖານ, ເຊິ່ງ​ແມ່ນ​ແຫ່ງ​​ໄດ້​ເກີດ​ເຫດ​ລະ​ເບີດ​ນິວ​ເຄຼຍ 500 ຄັ້ງ, ນັບ​ແຕ່​ປີ 1949 ຮອດ​ປີ 1989. ທ່ານ Ban Ki moon ເນັ້ນ​ໜັກ​ວ່າ, ​ສົນ​ທິສັນ​ຍາ​ຫ້າມ​ທົດ​ລອງ​ນິວ​ເຄຼຍຮອບ​ດ້ານ ຈະ​ຢຸດ​ຕິການ​ເສຍ​ຊີ​ວິດ, ພ້​ອມ​ທັງ​ສ້າງທ່າ​ແຮງ​ຕື່​ມ​ອີກ​ໃຫ້​ບັນ​ດາ​ມາດ​ຕະ​ການແກ້​ໄຂ​ອື່ນໆ ດ້ວຍ​ວິ​ທີ​ພິ​ສູດໃຫ້​ເຫັນ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​​ແມ່ນ​ສາ​ມາດ​ປະ​ຕິ​ບັດ​ໄດ້.

ຂ່າວ/ບົດ​ອື່ນ