ສະຫະປະຊາຊາດ ຮຽກຮ້ອງ ບ້ວງເງິນໜູນຊ່ວຍສະຖິຕິໃຫ້ ຊີຣີ

ສະຫະປະຊາຊາດ ຮຽກຮ້ອງ ບ້ວງເງິນໜູນຊ່ວຍສະຖິຕິໃຫ້ ຊີຣີ - ảnh 1
ລົດໂອໂຕຂອງ ສະຫະປະຊາຊາດຢູ່ ເຂດຊາຍແດນອິດສະຣາແອນ ແລະ ຊີຣີ
(ພາບ: dantri.com.vn)

(vovworld) - ວັນ​ທີ 7/6, ສະຫະ​ປະຊາ​ຊາດ ​ໄດ້​ອອກ​ຄຳ​ຮຽກຮ້ອງ​ປະກອບ​ບ້ວງ​ເງິນ​ໜູນ​ຊ່ວຍ​ສະຖິຕິ 5,2 ຕື້ USD ​ເພື່ອ​ອຸປະຖຳ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ຊ່ວຍ​ເຫຼືອ​ປະຊາຊົນ ຊີຣີ ​ໃນ​ສະພາບ​ການທີ່​ຈຳນວນ​ຜູ້​ຖືກ​ຜົນ​ສະທ້ອນ​ຍ້ອນ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ນີ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຕາມ​ຂ້າ​ຫລວງ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ ດ້ານ​ອົບ​ພະຍົບ (UNHCR) ​ແລ້ວ, ບ້ວງ​ເງິນ​ໜູນ​ຊ່ວຍ 5,2 ຕື້ USD ​ແມ່ນ​ຈຳນວນ​ເງິນ​ທີ່​ຕ້ອງການ​ເພື່ອ​ໃຊ້​ຈ່າຍ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ປະຊາຊົນ ຊີຣີ ຢູ່​ປະ​ເທດ​ນີ້ ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອ​ຍຄຽງ​ໃນ​ປີ 2013 ນີ້. ​ໃນ​ບ້ວງ​ເງິນ​ໜູນ​ຊ່ວຍ​ນີ້, 3,8 ຕື້ USD ຈະ​ສະຫງວນ​​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ອົບ​ພະຍົບ ຊີຣີ ​ໄປ​ເຖິງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ອື່ນ ​ແລະ 1,4 ຕື້ USD ສະຫງວນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຢູ່ ຊີຣີ. ມີ​ຜູ້​ເສຍ​ຊີວິດ​ກ່ວາ 94.000 ຄົນ ​ແລະ ປະຊາຊົນ ຊີຣີປະມານ 1,6 ລ້ານ​ຄົນ ຕ້ອງ​ອອກ​ຈາກ​ປະ​ເທດ​ນັບ​ແຕ່​ເມື່ອ​ເກີດ​​ເສີກ​ກາງ​ເມືອງ​ຕ້ານ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Bashar Al Assad ເມື່ອ​ເດືອນ 3/2011.

 

ຂ່າວ/ບົດ​ອື່ນ