(vovworld) –ວັນທີ 24/7, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍຢູ່ຕາແສງດ້າຍດົ່ງ, ເມືອງຕຽນຢູ, ແຂວງບັກນິງ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ສະແດງໃຫ້ເຫັນຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ບັນດາຄຸນງານຄວາມດີຂອງບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງານຄວາມດີ ແລະ ລະດົມກຳລັງໃຈບັນດາຄອບຄົວ ຕ້ອງເປັນແບບຢ່າງໃນການປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ເພື່ອໃຫ້ ປຊຊ ທຸກຄົນ, ພິເສດແມ່ນໄວໜຸ່ມຮ່ຳຮຽນ ແລະ ປະຕິບັດຕາມ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ຂໍໃຫ້ທ້ອງຖິ່ນຈົ່ງສືບຕໍ່ປະຕິບັດບັນດານະໂຍບາຍຕໍ່ຄອບຄົວນະໂຍບາຍ, ຜູ້ມີຄຸນງານຄວາມດີເປັນຢ່າງດີກ່ວາອີກ ດ້ວຍບັນດາວຽກງານອັນແທ້ຈິງ, ລະອຽດ, ເປັນປະຈຳ.
ໃນວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍແຂວງລອງອານ ແລະ ໄປຢ້ຽມຢາມເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ, ຢ້ຽມຢາມສູນອຸປະກາລະສັງຄົມແຂວງລອງອານ.
ກ່ອນໜ້ານັ້ນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງ ກໍ່ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍຈຳນວນໜຶ່ງຢູ່ນະຄອນກາວແຫຼ້ງ ແຂວງດົ່ງທາບ ເຊັ່ນດຽວກັນ.
ໃນຕອນຄ່ຳວັນທີ 23/7, ຢູ່ເຂດອະນຸສະຖານທາງ 3 ແຍກ ດົ່ງໂຫລກ (ແຂວງ ຮ່າຕິ້ງ), ໄດ້ດຳເນີນລາຍການພົວພັນແລກປ່ຽນສິລະປະ “ດົ່ງໂຫລກ - ບົດເພງ ອະມະຕະ”. ນີ້ແມ່ນການເຄື່ອນໄຫວຕອບບຸນແທນຄຸນ ສຳລັບບັນດາວິລະຊົນ ນັກຮົບທີ່ເສຍສະຫຼະຊີວິດ ເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ປະກອບສ່ວນສຶກສາມູນເຊື້ອຮັກສາ, ສິນທຳກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳໃຫ້ຄົນລຸ່ນຕ່າງໆ. ກ່ອນໜ້ານັ້ນ, ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ຄະນະກຳມະການ ແຂວງ ຮ່າຕິ້ງ ໄດ້ຈັດຕັ້ງພິທີສວດມົນພາວະນາໃຫ້ວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
ໂດຍສະເຫຼີມສະຫຼອງ 66 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 27/7, ແຂວງ ແບ໋ນແຈ ສະຫງວນເກືອບ 10 ຕື້ດົ່ງເພື່ອເປັນຂອງຂວັນມອບໃຫ້ບັນດາເປົ້າໝາຍນະໂຍບາຍ. ບັນດາວິສາຫະກິດໃນແຂວງຈັດຕັ້ງການຢື້ຢາມຖາມຂ່າວແມ່ ຫວຽດນາມ ວິລະຊົນ, ຄອບຄົວທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຢ້ຽມຢາມບັນດາປູຊະນີຍະສະຖານປະຫວັດສາດ. ແຂວງ ຟູ໋ທໍ້ໄດ້ຫັກເງິນເກືອບ 600 ລ້ານດົ່ງເພື່ອຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ 850 ຄົນເຊິ່ງແມ່ນເປົ້າໝາຍນະໂຍບາຍ, ທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ເນື່ອງໃນໂອກາດນີ້, ແຂວງ ຟູ໋ທໍ້ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາບັນດາທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີ ບັນດາທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແຂວງ, ໄປໄຫວ້ອາໄລສຸສານ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ ຢູ່ທາງເລກ 9, ກຳແພງເກົ່າ ກວາງຈີ້ - ແຂວງ ກວາງຈີ້, ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ວີ້ຊວຽນ (ແຂວງ ຮ່າຢາງ).