ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດພົນເອກວັນຕ໋ຽນຢຸງ
ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສະເຫຼີມສະຫຼອງວັນຄ້າຍວັນເກີດພົນເອກ ວັນຕ໋ຽນຢຸງ
|
(vovworld) - ວັນທີ 27/4, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ສົມທົບກັບນະຄອນ ຮ່າໂນ້ຍ ຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດພົນເອກ ວັນຕ໋ຽນຢຸງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາ ຄະນະພັກການທະຫານສູນກາງ ຫງວຽນຟູ໋ຈ້ອງ, ຜູ້ປະຈຳການຄະນະເລຂາ ດິງເທ໋ຮວຽນ ແລະ ບັນດາຜູ້ແທນ. ກ່າວຄວາມເຫັນນະພິທີ, ທ່ານພົນເອກ ໂງຊວນລີກ ເນັ້ນໜັກວ່າ, ຜ່ານການເຄື່ອນໄຫວປະຕິວັດກວ່າ 65 ປີຢ່າງຕໍ່ເນື່ອງ, ພົນເອກ ວັນຕ໋ຽນຢຸງ ແມ່ນໜຶ່ງໃນບັນດານາຍພົນຊີ້ນຳນຳພາທີ່ດີເດັ່ນຂອງກອງທັບ ຫວຽດນາມ, ແມ່ນນັກຍຸດທະສາດ, ແມ່ນການນຳທີ່ເຕັມໄປດ້ວຍນ້ຳໃຈປະຕິວັດ. ພົນເອກ ວັນຕ໋ຽນຢຸງ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດແຜນນະໂຍບາຍກໍ່ສ້າງກອງທັບຕາມທິດປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ, ເປັນທັນສະໄໝເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່. ແລະ ກໍ່ໃນພິທີ, ຜູ້ຕາງໜ້ານັກຮົບໜຸ່ມໄດ້ສະແດງຄວາມຕັດສິນໃຈປະຕິບັດຕາມແບບຢ່າງຂອງ ພົນເອກ ວັນຕ໋ຽນຢຸງ, ຫຼໍ່ຫຼອມ, ຍົກສູງຄຸນນະທາດການເມືອງ, ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ.