ສະເຫຼີມສະຫຼອງ 69 ປີ ແຫ່ງວັນສ້າງຕັ້ງກອງທັບ ປະຊາຊົນ ຫວຽດນາມ ຢູ່ກຳປູເຈຍ
ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ວາງພວງມາລາຢູ່ອະນຸສາວະລີ
(vovworld) – ວັນທີ 20/12, ສະຖານທູດ ແລະ ຫ້ອງການທູດການທະຫານ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ສົມທົບກັບກະຊວງປ້ອງກັນປະເທດ ກຳປູເຈຍ ແລະ ກອງທັບລາຊະອານາຈັກ ກຳປູເຈຍ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2013).
ທີ່ອະນຸສາວາລີທະຫານອາສາສະໝັກ ຫວຽດນາມ ຢູ່ນະຄອນຫຼວງ ພະນົມເປັນ, ບັນດາຜູ້ແທນເຂົ້າຮ່ວມລວມມີພະນັກງານ, ລັດຖະກອນສະຖານທູດ, ທູດການທະຫານ, ພ້ອມກັບບັນດາອົງການຕ່າງໜ້າຂອງ ຫວຽດນາມ, ວິສາຫະກິດ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ພ້ອມກັນ ອາໄລຫາບັນດານັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນເຂດດິນແດນແຫ່ງວັດວາອາຮາມ ຜ່ານໄລຍະປະຕິວັດຕ່າງໆ, ພິເສດແມ່ນໄລຍະຊ່ວຍປະຊາຊົນກຳປູເຈຍຕໍ່ສູ້ຕ້ານລະບອບດັບສູນເຊື້ອຊາດ Polpot.
ຕາງໜ້າໃຫ້ການນຳກະຊວງປ້ອງກັນປະເທດ, ພົນເອກ El Vansarath, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ສະແດງຄວາມຂອບອົບຂອບໃຈມາຍັງກອງທັບປະຊາຊົນ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເມື່ອປະຕິບັດພັນທະສາກົນ, ຊ່ວຍປົດປ່ອຍປະຊາຊົນ ກຳປູເຈຍ ອອກຈາກໄພພິບັດດັບສູນເຊື້ອຊາດ. ພົນເອກ El Vansarath ຢັ້ງຢືນວ່າ: ກອງທັບ 2 ປະເທດມີມູນເຊື້ອສາມັກຄີມາແຕ່ດົນນານ ແລະ ກອງທັບ ກຳປູເຈຍ ຕັດສິນໃຈຮັກສາການພົວພັນສາມັກຄີກັບກອງທັບ ຫວຽດນາມ.