ສະເໜີປື້ມປົກຂຽວ EU ສະບັບໃໝ່ປີ 2013

ສະເໜີປື້ມປົກຂຽວ EU ສະບັບໃໝ່ປີ 2013 - ảnh 1

(ພາບ: ອິນເຕີແນດ)

(vovworld) – ວັນ​ທີ 18/6, ຄະນະ​ຜູ້​ແທນ​ສະຫະພາບ​ເອີ​ລົບ ອີ​ຢູ (EU) ປະຈຳ​ຮ່າ​ໂນ້ຍ ​ໄດ້​ຈັດການ​ປະຊຸມ​ຂ່າວ ສະ​ເໜີ​ປື້​ມປົກ​ຂຽວ ອີ​ຢູ ສະບັບ​ປີ 2013. ປື້​ມຫົວ​ນີ້​ໜາ 104 ໜ້າ ​ເຊິ່ງ​ໄດ້​ລວບ​ລວມບັນດາ​ນະ​ໂຍບາຍ​ໃໝ່​ສຸດ​ກ່ຽວ​ກັບ​ການ​ພັດທະນາ​ນະ​ໂຍບາຍ, ​ແຫຼ່ງທຶນ​ຊ່ວຍ​ເຫຼືອ ​ແລະ ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ອີ​ຢູ ​ແລະ ຫວຽດນາມ ປີ 2012. ທີ່​ການ​ປະຊຸມ​ຂ່າວ, ທ່ານ Franz Jessen, ​ເອກ​ອັກຄະ​ລັດຖະທູດ​ສະຫະພາບ​ເອີ​ລົບ​ປະຈຳ​ຫວຽດນາມ​ ກ່າວ​ຄຳ​ເຫັນໂດຍ​ເນັ້ນ​ໜັກ​ວ່າ: “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າການ​ໜູນ​ຊ່ວຍ​ສອງ​ຝ່າຍ​ໃຫ້​ຫວຽດນາມ ຈະ​ປະກອບສ່ວນ​ຊຸກຍູ້​ວິວັດ​ການ​ປະຕິ​ຮູບ​ນະ​ໂຍບາຍ​ໃນ​ຫຼາຍ​ຂົງ​ເຂດ​ຄື​ບັນດາ​ຂໍ້​ກຳນົດ​ດ້ານ​ກົດໝາຍ, ການ​ຄຸ້ມ​ຄອງ​ການ​ເງິນ​ຂອງ​ລັດ ​ແລະ ສາທາລະນະ​ສຸກ. ພວກ​ຂ້າພະ​ເຈົ້າ​ກໍ່​ໜູນ​ຊ່ວຍ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ພະລັງງານ, ການທ່ອງທ່ຽວ, ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ ​ແລະ ສິ່ງ​ແວດ​ລ້ອມ“

ຂ່າວ/ບົດ​ອື່ນ