(vovworld) - ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຫາກໍເຊັນຂໍ້ຕົກລົງສ້າງຕັ້ງຄະນະຊີ້ນຳຍຸດທະສາດຫັນເປັນອຸດສາຫະກຳໃນຂອບເຂດການຮ່ວມມືຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງປີ 2020. ຄະນະຊີ້ນຳມີໜ້າທີ່ຊ່ວຍນາຍົກລັດຖະມົນຕີໃນວຽກງານຄົ້ນຄວ້າ, ຊີ້ນຳ, ສົມທົບເລື່ອງແກ້ໄຂບັນດາໜ້າທີ່ກ່ຽວຂ້ອງເຖິງບັນດາຂະແໜງອຸດສາຫະກຳດ້ວຍການຮ່ວມມືຂອງຝ່າຍຍີ່ປຸ່ນ. ຄະນະຊີ້ນຳມີໜ້າທີ່ຮ່ວມມືກັບຝ່າຍຍີ່ປຸ່ນ ເພື່ອແນໃສ່ສ້າງຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳຈຸດສຸມ ແລະ ກຳນົດບາງຂະແໜງອຸດສາຫະກຳຫວຽດນາມ ມີຄວາມສາມາດບົມຊ້ອນເພື່ອໃຫ້ບຸລິມະສິດພັດທະນາໃນໄລຍະຮອດປີ 2020 ເຊິ່ງໄດ້ຮັບການເອົາໃຈໃສ່ລົງທຶນພັດທະນາຈາກຍີ່ປຸ່ນ. ຄຽງຂ້າງນັ້ນ, ຄະນະຊີ້ນຳກໍມີໜ້າທີ່ຮ່ວມມືກັບຝ່າຍຍີ່ປຸ່ນ ເພື່ອສ້າງແຜນການດຳເນີນງານພັດທະນາລວມສູນບັນດາຂະແໜງອຸດສາຫະກຳຈຸດສຸມເຊິ່ງໄດ້ກຳນົດແລ້ວ.