ສ້າງຕັ້ງອາຊຽນ ແລະ ເສີມຂະຫຍາຍບົດບາດເປັນເຈົ້າພາທາງໃນພາກພື້ນ

ສ້າງຕັ້ງອາຊຽນ ແລະ ເສີມຂະຫຍາຍບົດບາດເປັນເຈົ້າພາທາງໃນພາກພື້ນ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ)

(vovworld) – “ກຳນົດ​ທິດ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ພາຍຫຼັງ​ປີ 2015: ທັດສະນະຂອງ​ບັນດາ​ປະ​ເທດ​ອາຊຽນ ​ແລະ ຫວຽດນາມ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ເຊິ່ງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 03/12, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ນັບ​ແຕ່​​ເຂົ້າ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ ​ເມື່ອ​ປີ 1995. ຕາມ​ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ ​ແລ້ວ, ຫວຽດນາມ ສາມາດ​ສືບ​ຕໍ່​ບົດບາດ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ກວ່າ​ອີກໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ອາ​ຊຽນ ພາຍຫຼັງ​ປີ 2015.

     “ກອນ​ອື່ນ​ໝົດ, ສຸມ​ໃສ່​ເຂົ້າ​ໃນ​ການ​ສຶກສາ, ການ​ສຶກສາ​ແມ່ນ​ຈຸດ​ສຸມ​ໃນ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຫວຽດນາມ ຍ້ອນ​ການ​ສຶກສາ​ໄດ້​ສວມ​ບົດບາດ​ສຳຄັນ​ໃນ​ເລື່ອງ​ຮັດ​ແຄບຊ່ອງວາງ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ສິ່ງ​ມີຄວາມ​ສຳຄັນ​ທີ 2 ນັ້ນ​​ແມ່ນ ຫວຽດນາມ​ຄວນ​ເພີ່ມ​ທະວີ​ຍົກສູງສະຕິ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ນັກ​ສຶກສາ ​ແລະ ນັກຮຽນ​ກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນ.”

        ​ໃນ​ເວລາ 2 ວັນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຄົ້ນຄວ້າ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈະ​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້​ຄື: ວິວັດ​ການ​ກໍ່​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ທິດ​ທາງ​ໃຫຍ່​ພາຍຫຼັງ​ປີ 2015; ປະຊາ​ຄົມ​ເສດຖະກິດອາ​ຊຽນ - ສະພາບ​ຕົວ​ຈິງ ​ແລະ ​ແງ່​ຫວັງ​ພາຍຫຼັງ​ປີ 2015; ປະຊາ​ຄົມ​ວັດທະນະທຳ - ສັງຄົມ​ອາ​ຊຽນ ​ແລະ ຈຸດໝາຍ​​ປະຊາ​ຄົມ​ອາ​ຊຽນ ມຸ່ງ​ໄປ​ສູ່ປະຊາຊົນ ​ແລະ ສຸດ​ທ້າຍ​ແມ່ນ​ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ໜຄົງ ອາ​ຊຽນ ​ແລະ ​ທິດທາງ​ພັດທະນາ​ພາຍຫຼັງ​ປີ 2015.


ຂ່າວ/ບົດ​ອື່ນ