ສານແພ່ງໄທຫ້າມນຳໃຊ້ກຳລັງອາວຸດຕ້ານຜູ້ແຫ່ຂະບວນປະທ້ວງ

ສານແພ່ງໄທຫ້າມນຳໃຊ້ກຳລັງອາວຸດຕ້ານຜູ້ແຫ່ຂະບວນປະທ້ວງ - ảnh 1
ຕຳຫຼວດປົກປ້ອງຢູ່ສຳນັກງານກະຊວງປ້ອງກັນປະເທດ
(ພາບ: Reuters)


(vovworld) – ວັນ​ທີ 19/2, ສານ​ແພ່ງ ​ໄທ ​ໄດ້​ອອກ​ຄຳ​ຕັດສິນ​ທີ່​ວ່າ: ຄຳ​ສັ່ງ​ສະພາວະ​ສຸກ​ເສີນທີ່ປະກາດ​ໃຊ້​ຢູ່​ນະຄອນຫຼວງ ບາງກອກ ​ແລະ ບັນດາ​ເຂ​ດ​ໃກ້​ຄຽງ ບໍ່​​ແມ່ນ​ສາຍ​ເຫດ​ເພື່ອ​ປາບ​ປາມຜູ້​ແຫ່​ຂະ​ບວນປະ​ທ້ວງ.

    ຄຳ​ຕັດສິນ​ຂອງ​ສານ​ຫ້າມ​ທຸກໆ​ວິທີ​ການ​ນຳ​ໃຊ້​ກຳລັງ​ອາວຸດ​ຕ້ານ​ຜູ້​ແຫ່​ຂະ​ບວນປະ​ທ້ວງ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ມາ​ຮອດ​ປະຈຸ​ບັນ, ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງຖືກ​ດຳ​ເນີນ​ໄປ​ຢ່າງ​ສັນຕິພາບ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສານ​ກໍ່​ປະຕິ​ເສດ​ຄຳ​ສະ​ເໜີ​ຂອງ​ອະ​ດີດສະມາຊິກ​ພັກ​ປະຊາທິປັດ (DP) ທ່ານ ຖາວອນ ​ເສ​ມນຽມ ຮຽກຮ້ອງ​ໃຫ້​ຍຸບ​ເລີກ​ຄຳ​ສັ່ງ​ສະພາວະ​ສຸກ​ເສີນ, ​ເຊິ່ງລັ​ດຖະບານ​ຊົ່ວຄາວ​ປະກາດ​ເມື່ອ​ວັນ​ທີ 21/1.

    ປະຈຸ​ບັນ, ບໍ່​ທັນ​ຮູ້​ວ່າ​ຄຳ​ຕັດສິນ​ດັ່ງກ່າວ​ຂອງ​ສານ​ມີ​ຜົນ​ສະທ້ອນ​ຄື​ແນວ​ໃດ​ເຖິງ​ຄຳ​ສັ່ງ​ຈັບ​ຕົວ​ບັນດາ​ຫົວໜ້າ​ຄະ​ນະແຫ່​ຂະ​ບວນປະ​ທ້ວງດ້ວຍ​ຄຳ​ກ່າວ​ຫາ​ລະ​ເມີດ​ຄຳ​ສັ່ງ​ສະພາວະສຸ​ກສີນ.

    ​ຫົວໜ້າ​ຄະ​ນະ​ແຫ່​ຂະ​ບວນປະ​ທ້ວງ ທ່ານ​ສຸ​ເທບ ​ເທືອກ​ສຸບັນ ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ຍົກ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂຶ້ນ​ລະດັບ​ໃໝ່ ​ແລະ ​ເລັ່ງ​ໃສ່​​ການ​ເຄື່ອ​ນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຂອງ​ຄອບຄົວ ຊິນ​ນະ​ວັດ.

 

 

ຂ່າວ/ບົດ​ອື່ນ