ສຳນັກຂ່າວສານPricewaterhouseCoopers:ເສດຖະກິດຫວຽດນາມຢືນອັນດັບທີ22ຂອງໂລກໃນປີ2050

ສຳນັກຂ່າວສານPricewaterhouseCoopers:ເສດຖະກິດຫວຽດນາມຢືນອັນດັບທີ22ຂອງໂລກໃນປີ2050 - ảnh 1
ພາບ​ປະ​ກອບ

(vovworld) - ​ການ​ຄາ​ດ​ຄະ​ເນພັດ​ທະ​ນາ​ເສດ​ຖະ​ກິດ ໂດຍ​ບໍ​ລິ​ສັດກວດ​ສອບ Pricewaterhouse Coopers (PwC) ປະ​ກາດ​ໃນ​ໄລ​ຍະ 2030 – 2050 ຕີ​ລາ​ຄາ​ວ່າ​ ຫວຽດ​ນາມ ຈະ​ນອນ​ໃນ​ຈ​ຳ​ນວນ 22 ພື້ນ​ຖານ​ເສດ​ຖະ​ກິດ​ມີ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ຫຼາຍ​ທີ່​ສຸດ ໄລ່​ຕາມ​​ຄວາມ​ດຸ່ນ​​ດ່ຽງ​ຂອງ​ກ​ຳ​ລັງ​ຊື້. PwC ຖື​ວ່​າ: ດ້ວຍ​ທ່າ​ເຕີບ​ໂຕ​ຄື​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ໄວ​ທີ່​ສຸດ​ແຕ່ນີ້​ຮອດ​ປີ 2050. ຫວຽດ​ນາມ ຈະ​​ຢືນ​ອັນ​ດັບ​ທີ 28 ໃນ​ປີ 2030 ແລະ ​ເມື່ອ​ຮອດ​ປີ 2050 ຈະ​ຢືນ​ອັນ​ດັບ​ທີ 22, ຖັດ​ຈາກ ໄທ (ອັນ​ດັບ​ທີ 21) ແລະ ຟີ​ລິບ​ປິນ (ອັນ​ດັບ​ທີ 20).


ຂ່າວ/ບົດ​ອື່ນ