ສ.ເກົາຫຼີ-ຈີນ-ຍີ່ປຸ່ນເຈລະຈາທາງການທູດຂັ້ນສູງ

ສ.ເກົາຫຼີ-ຈີນ-ຍີ່ປຸ່ນເຈລະຈາທາງການທູດຂັ້ນສູງ - ảnh 1
ກອງ​ປະ​ຊຸມ​ຂັ້ນ​ສ​ູງ​ລະ​ຫວ່າງ ສ. ເກົາຫຼີ - ຈີນ - ຍີ່​ປຸ່ນ ເມື່ອ​ເດືອນ 9/2014
(ພາບ: Kyodo/TTXVN)

(vovworld) – ວັນ​ທີ 11/3, ສ. ເກົາ​ຫຼີ, ຈີນ ແລະ ຍີ່​ປຸ່ນ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ຂັ້ນ​ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ່ ເຊີ​ອູນ, ​ເພື່ອສ້າງ​ທ່າ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 3 ປະ​ເທດ, ຄາດ​ວ່າ​ຈະ​​ຈັດ​ຕັ້ງ​ໃນ​ທ້າຍ​ເດືອນນີ້. ຕາມ​ແຜນ​ການ​ແລ້ວ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ. ເກົາຫຼີ Lee Kyung soo ພ້ອມ​ກັບ​ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ຫຼິວ​ເຈີນ​ໝິນ ແລະ ຄູ່​ຕຳ​ແໜ່ງ ຍີ່​ປຸ່ນ ທ່ານ Shinsuke Sugiyama ຈະ​ປຶກ​ສາ​ຫາ​ລື​ວິ​ທີ​ຟື້ນ​ຟູການ​ຮ່ວມ​ມື 3 ຝ່າຍ​ໃນ​ສະ​ພາບ​ການ​ທີ່​ຍັງ​ມີ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​​ລະ​ຫວ່າງ 3 ປະ​ເທດ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ປະ​ຫວັດ​​ແຫ່ງ​ສົມ​ຄາມ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Lee Kyung soo ກໍ່​ຄາດ​ວ່າ ຈະ​ມີ​ການ​ພົບ​ປະ​ສະ​ເພາະ​ກັບ​ຄູ່​ຕຳ​ແໜ່ງ ຍີ່​ປຸ່ນ ແລະ ຈີນ. ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 3 ປະ​ເທດ ນັບ​ແຕ່​ເດືອນ 9/2014 ຢູ່ ເຊີ​ອູນ ແລະ ໄດ້​ຮັບ​ຖື​ວ່າ ແມ່ນ​ບາດ​ກ້າວ​ກະ​ກຽມ​ໃຫ​້​ແກ່​ການ​ພົບ​ປະ ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 3 ຝ່າຍ, ຄາດ​ວ່າ ຈະ​​ຈັດ​ຕັ້ງ​ໃນ​ລະ​ຫວ່າງວັນ​ທີ 21 – 22/3 ຈະ​ມາ​ເຖິງ​ຢູ່ ເຊີ​ອູນ. ການ​ພົບ​ປະລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈະ​ມາ​ເຖິງ​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເດືອນ 4/2012, ໄດ້​ຮັບ​ຄວາມ​ປາດ​ຖະ​ໜາ​ວ່າ​ຈະ​ເປີດ​ຊ່ອງ​ທາງ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ 3 ຝ່າຍ ເຊິ່ງ​ຖືກ​ໂຈະ​ໄວ້​ນັບ​ແຕ່​ປີ 2012 ມາ​ຮອດ​ປະ​ຈຸ​ບັນ.

 


ຂ່າວ/ບົດ​ອື່ນ