ສ.ເກົາຫຼີ - ອາເມລິກາສືບຕໍ່ເຈລະຈາ ປັບປຸງຂໍ້ຕົກລົງດ້ານນິວເຄຼຍພົນລະເຮືອນ

ສ.ເກົາຫຼີ - ອາເມລິກາສືບຕໍ່ເຈລະຈາ ປັບປຸງຂໍ້ຕົກລົງດ້ານນິວເຄຼຍພົນລະເຮືອນ - ảnh 1
(ພາບ:yonhapnews.co.kr)

(vovworld) - ວັນ​ທີ 03/06, ສ.​ເກົາຫຼີ ​ແລ​ະ ອາ​ເມ​ລິ​ກາ ​ເລີ່​ມຕົ້ນ​ເປີດ​ກວ້າງ​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ການ​ພິຈາລະນາ​ຂໍ້​ຕົກລົງດ້ານນິວ​ເຄຼຍພົນລະ​​ເຮືອນຄືນ​ໃໝ່, ​ໃນ​ນັ້ນຮຽກຮ້ອງ​ໃຫ້ ​ເຊ​ີອຸນ​ເພີ່ມ​ທະວີ​ສິດ​ຜະລິດ​ເຊື້ອ​​ໄຟນິວ​ເຄຼຍຂອງ​ຕົນ. ຕາມ​ສຳນັກ​ຂ່າວສານ Yonhap ຂອງ ສ.​ເກົາຫຼີ ​ແລ້ວ, ​ໃນ​ການປຶກສາ​ຫາລື​ກັບ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຜູ້​ຮັບຜິດຊອບ​ຄວາມ​ໝັ້ນຄົງ​ສາກົນ ​ແລະ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ ທ່ານ Thomas Countryman, ຫົວໜ້າ​ຄະນະ​ເຈລະຈາ 6 ຝ່າຍ​ຂອງ​ສ.​ເກົາຫຼີ ທ່ານ Pack Ro Byug ຖື​ວ່າ ສຳພັນ​ທະ​ມິດ​ອາ​ເມ​ລິ​ກາ - ສ.​ເກົາຫຼີ “​ເປັນ​ແກ່ນສານ​ທີ່​ຫຼັກ​ແຫຼ່ງ” ສຳລັບ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ ​ແລະ ບົດບາດ​ນີ້ “ຈະ​ໄດ້​ສ່ອງ​​ແສງຜ່ານ​​ເລື່ອ​ງ​ຮັບຮອງ​ເອົາການ​ພິຈາລະນາ​ຂໍ້​ຕົກລົງ​ນິວ​ເຄຼຍຄືນ​ໃໝ່” ລະຫວ່າງ 2 ປະ​ເທດ. ສ່ວນ​ທ່ານ Countryman ​ເນັ້ນ​ໜັກ​ວ່າ ວໍ​ຊິງ​​ເຕັນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊອກ​ຫາ​ບັນດາ​ມາດຕະການ​ດ້ານເຕັກນິກ ​ແລະ ​ເສດຖະກິດ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ກັບສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ