ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງຕ້ອນຮັບຜູ້ວ່າການລັດThurigenເຢຍລະມັນ
(VOVWORLD) -ຕອນເຊົ້າວັນທີ 9 ເມສາ ຢູ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງ, ທ່ານ ຮ່ວາງບີງກວັນ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ການຕ້ອນຮັບ ທ່ານ Bodo Ramelow ຜູ້ວ່າການລັດ Thurigen ປະເທດເຢຍລະມັນ ເນື່ອງໃນໂອກາດທ່ານ ແລະ ຄະນະຜູ້ແທນຂັ້ນສູງບັນດາວິສາຫະກິດ ຂອງລັດ Thurigen ມາ ຢ້ຽມຢາມຫວຽດນາມ.
ທ່ານ ຮ່ວາງບີງກວັນ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ ຕ້ອນຮັບ ທ່ານ Bodo Ramelow ຜູ້ວ່າການລັດ Thurigen ປະເທດເຢຍລະມັນ (ພາບ: TTXVN) |
ທີ່ການຕ້ອນຮັບ ທ່ານ ຮ່ວາງບີງກວນຢືນຢັນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ເຢຍລະມັນ, ໃນນັ້ນ ມີການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບບັນດາລັດຂອງເຢຍລະມັນ. ຜູ້ວ່າການລັດ Thurigen ເປັນດີວ່າ ສອງຝ່າຍຄວນຍູ້ແຮງການແລກປ່ຽນ, ເພີ່ມທະວີການພົວພັນລະຫວ່າງບັນດາພັກການເມືອງ ເພື່ອເປັນພື້ນຖານຍູ້ແຮງການພົວພັນດ້ານເສດຖະກິດ ການຄ້າ, ການລົງທຶນ, ການພົວພັນແລກປ່ຽນລະຫວ່າງປະຊາຊົນໃຫ້ນັບມື້ນັບພັດທະນາ.