ຫວຽດນາມກ່າວປະນາມບັນດາເຫດບຸກໂຈມຕີໂດຍເຈດຕະນາແນໃສ່ກຳລັງຮັກສາສັນຕິພາບ

(VOVWORLD) -ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມເປີດກ່ຽວກັບ “ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ: ເພີ່ມທະວີຄວາມປອດໄພ ແລະ ຄວາມໝັ້ນຄົງໃຫ້ແກ່ພາລະກອນຮັກສາສັນຕິພາບ”.
ຫວຽດນາມກ່າວປະນາມບັນດາເຫດບຸກໂຈມຕີໂດຍເຈດຕະນາແນໃສ່ກຳລັງຮັກສາສັນຕິພາບ - ảnh 1(ທີ່ກອງປະຊຸມເປີດ)

ວັນທີ 24 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມເປີດກ່ຽວກັບ “ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ: ເພີ່ມທະວີຄວາມປອດໄພ ແລະ ຄວາມໝັ້ນຄົງໃຫ້ແກ່ພາລະກອນຮັກສາສັນຕິພາບ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ກ່າວປະນາມບັນດາເຫດບຸກໂຈມຕີໂດຍເຈດຕະນາແນໃສ່ບັນດາກຳລັງຮັກສາສັນຕິພາບສະຫະປະຊາຊາດ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບກົດໝາຍສາກົນ, ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານເອກອັກຄະລັດຖະທູດກໍ່ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ສະໜັບສະໜູນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ຖືບັນຫາຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງໃຫ້ແກ່ພາລະກອນຮັກສາສັນຕິພາບເປັນສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ