ຫວຽດນາມຄັດຄ້ານ ບໍລິສັດຈີນ ເຊື້ອເຊີນເຂົ້າຮ່ວມການປະມູນ ຢູ່ໝູ່ເກາະ ຮ່ວາງຊາ

ຫວຽດນາມຄັດຄ້ານ ບໍລິສັດຈີນ ເຊື້ອເຊີນເຂົ້າຮ່ວມການປະມູນ ຢູ່ໝູ່ເກາະ ຮ່ວາງຊາ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ Luong Thanh Nghi
(ພາບ: bongoaigiao.com)


Vovworld- ວັນ​ທີ 31/8 ​ເມື​ອ່ຕອບ​ສຳພາດ​ຕໍ່​ນັກ​ຂ່າວກ່ຽວ​ກັບ​ປະ​ຕິ​ກິ​ລີ​ຍາ​ຂອງ​ຫວຽດນາມ​ຕໍ່ໜ້າ​ເລື່ອງ​ເມື​ອ່ວັນ​ທີ 28/8 ທີ່​ຜ່າ​ນມາ, ບໍລິສັດ​ໃຫຍ່​ນ້ຳມັນ​ອາຍ​ແກັສ ຫາຍ​ຢາງ ຂອງ​ຈີນ​ປະກາດ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ການ​ປະມູນ​ສາກົນ​ສຳລັບ​​ເຂດ​ບໍ່​ນ້ຳມັນ 26 ​ແຫ່ງ, ​ໃນ​ນັ້ນ​ມີ​ເຂດ​ບໍ່​ນ້ຳມັນ 65/12 ຫ່າງ​ຈາກ​ໝູ່​ເກາະ ຮ່ວາງ​ຊາ​ຂອງ​ຫວຽດນາມ​ປະມານ 3​ ໄມ​ທະ​ເລ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ Luong Thanh Nghi ​ໄດ້​ຊີ້​ແຈ້ງວ່າ​ : ​ເລື່ອງຈີນ​ປະກາດ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ການ​ປະມູນ​ສາກົນ​ຢູ່​​ເຂດ​ບໍ່​ນ້ຳມັນດັ່ງກ່າວ ​ແມ່ນ​ໄດ້​ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ໝູ່​ເກາະ ​ຮ່ວາງ​ຊາ​ຂອງ​ຫວຽດນາມ, ​ໄປ​ຝືນ​ກັບ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ, ​ໄປ​ຝືນກັບຖະ​ແຫຼ​ງການ​ກ່ຽວ​ກັບ​ວິທີ​ການ​ປະພຶດ​ຂອງ​ຝ່າຍຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ​ຊຶ່ງ​ໄດ້​ລົງ​ນາ​ມ​ເມື່ອ​ປີ 2002 ລະຫວ່າງ ອາ​ຊຽນ ​ແລະ ຈີ​ນ ( DOC ), ​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍ ​ແລະ ບໍ່​ມີ​ຄຸນຄ່າ​ແຕ່​ຢ່າງ​ໃດ.
    ຫວຽດນາມ​ຄັດຄ້ານ​ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ ​ແລະ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນຈົ່ງລົບລ້າງການເຊື້ອ​ເຊີນ​ເຂົ້າ​ຮ່ວມ​ການ​ປະມູນ​ສາກົນ​ສຳລັບ​​ເຂດ​ບໍ່​ນ້ຳມັນ ດັ່ງກ່າວໃນທັນທີ່.

 

ຂ່າວ/ບົດ​ອື່ນ