ຫວຽດນາມຈະຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ132ສຳເລັດຜົນ

ຫວຽດນາມຈະຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ132ສຳເລັດຜົນ - ảnh 1
ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ຂອງ​ຄະນະ​ຊີ້​ນຳ​ຈັດ​ຕັ້ງ​ກອງ​ປະຊຸມ​
ສະ​ມັດ​ຊາ​ໃຫຍ່

(vovworld)-  ນັ້ນ​ແມ່ນສິ່ງ​ທີ່ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ໄດ້​ຢືນຢັນ​ທີ່​ພິທີ​ປະກາດ​ຄະນະ​ຊີ້​ນຳ​ຂັ້ນ​ລັດ, ຄະນະ​ຈັດ​ຕັ້ງ​​ແຫ່ງ​ລັດ​ເພື່ອ​ກະກຽມ ​ແລະ ຈັດ​ຕັ້ງ​ກອງ​ປະຊຸ​ມສະມັດຊາ​ໃຫຍ່​ລັດ​ຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132(IPU) ​ແລະ ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ຂອງ​ຄະນະ​ຊີ້​ນຳ​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ມັດ​ຊາ​ໃຫຍ່ ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 22/11 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊີງ​ຮຸ່ງ ຊີ້​ແຈ້ງວ່າ: ​ເລື່ອງ​ຫວຽດນາມ​ໄດ້​ຮັບ​ເລືອ​ກ​ເຟັ້ນ​ແມ່ນ​ປະ​ເທດ​ເຈົ້າພາບ​ຈັດ​ກອງ​ປະຊຸມ IPU ນັ້ນ​ແມ່ນ​ໄຊຊະນະ​ສຳຄັນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ ​ແລະ ວຽກ​ງານ​ການ​ຕ່າງປະ​ເທດ​ເວົ້າ​ລວມ. ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ດັ່ງກ່າວ​ສຳ​ເລັດ​ຜົນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊີງ​ຮຸ່ງ ສ​ະ​ເຫ​ນີວ່າ:

        “ຄວນ​ສົມ​ທົບຢ່າງ​ແຫນ້ນ​ແຟ້ນກັບ IPU, ບັນດາ​ກົນ​ໄກ​ພາຍ​ໃນ, ບັນດາ​ລັດຖະສະພາ​​ເປັນສະມາ​ຊິກຂອງ​ບັນດາ​ອົງການ​ສາກົນ, ສະຫະສະ​ມາ​ຄົມ​ເພື່ອ​ສ້າງ​ໂຄງການ​ດຳ​ເນີນ​ງານ​ຢ່າງ​ເໝາະ​ສົມ ຕິດ​ພັນ​ກັບ​ການ​ໃຫ້​ບຸລິມະສິດ​ຂອງ IPU ​ແລະ ຫວຽດນາມ. ນີ້​ແມ່ນ​ກາລະ​ໂອກາດ​ດີ​ເພື່ອ​​ໃຫ້​ຫວຽດນາມ ​ແນະນຳ​ກັບ​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບ​ແນ​ວທາງ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ​ໂຄສະນາ​ພາບ​ພົດ​ຫວຽດນາມ​ໃນ​ໄລຍະ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.”

ກອງ​ປະຊຸ​ມສະມັດຊາ​ໃຫຍ່​ລັດ​ຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132(IPU) ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດນາມ​ໃນ​ເດືອນ 3/2015.

       

ຂ່າວ/ບົດ​ອື່ນ