ຫວຽດນາມຈະເປັນ ເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ສະຫະພັນບັນດານັກຂ່າວອາຊຽນໃນປີ 2015

ຫວຽດນາມຈະເປັນ ເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ສະຫະພັນບັນດານັກຂ່າວອາຊຽນໃນປີ 2015 - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃນຕອນເຊົ້າວັນທີ 12/9
(ພາບ: baomoi.com)

(vovworld) - ກອງ​ປະຊຸມ​ຄະນະ​ຜູ້ອຳນວຍການ​ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ ​ໄດ້​ດຳເນີນໃນຕອນ​ເຊົ້າ​ວັນ​ທີ 12/9, ຢູ່​ຮ່າ​ໂນ້ຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າວົງການນັກຂ່າວ ອາ​ຊຽນ. ນີ້​ແມ່ນ​ເຫດການ​ໂດຍ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ​ແມ່ນ​ການ​ເຄື​່ອນ​ໄຫວ​ມີ​ຄວາມ​ໝາຍ​ແທດ​ຈິງ ກ່ອນ​ທີ່ ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ​ໃນ​ປີ 2015. ທີ່​ກອງ​ປະຊຸມ, ຄະນະ​ຜູ້ອຳນວຍການ​ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ ປຶກສາ​ຫາລື ​ແລະ ຕົກລົງ​ຫຼາຍ​ເນື້ອ​ໃນ​ສຳຄັນ. ​ໃນ​ນັ້ນ, ກອງ​ປະຊຸມ​ໄດ້​​ເປັນ​ເອກະສັນ​ຮັບຮອງ​ເອົາ​ຂໍ້​ຕົກລົງ​ເພື່ອ​ໃຫ້​ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ ຄັ້ງ​ທີ 18 ​ໃນ​ປີ 2015. ປະທານ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ຈະ​ດຳລົງ​ຕຳ​ແໜ່​ງເປັນປະທານ​ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ ​ໃນ​ອາຍຸ​ການ 2 ປີ.

        ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ປີ 1975 ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ພັດທະນາ​ພາກ​ພື້ນ ອາ​ຊຽນ, ຊຸກຍູ້​ບັນດາ​ການ​ພົວພັນ​ຮ່ວມ​ມື​ແໜ້ນ​ແຟ້ນກ່ວາ​ອີກ, ຮ່ວມ​ມື​ພັດທະນາ​ພື້ນຖານສື່ມວນຊົນຢ່າງເສລີ, ມີ​ຄວາມ​ຮັບຜິດ​ຊອບ. ​ເດືອນ 7/1995, ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ໄດ້ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ. ຈາກ​ນັ້ນ ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ແລະ ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ ກໍ່ຄື​ກັບ​ບັນດາສະມາຊິກ​ສະມາຄົມ​ນັກ​ຂ່າວ​​ຂອງ​ອົງການ​ນີ້​ມີ​ບາດກ້າວ​ພັດ​ທະນາ​ຢ່າງເລ​ິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ.

 


ຂ່າວ/ບົດ​ອື່ນ