ຫວຽດນາມຍາດໄຊຊະນະຢ່າງໃຫຍ່ຫຼວງໃນງານແຂ່ງຂັນກິລາໝາກເສິກສາກົນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ບັນດານັກກິລາ ຫວຽດນາມ ຄວ້າໄດ້ຫຼຽນຄຳ 12 ຫຼຽນ ໃນການແຂ່ງຂັນປະເພດຊາຍດ່ຽວ, ຍິງດ່ຽວ.

ຫວຽດນາມຍາດໄຊຊະນະຢ່າງໃຫຍ່ຫຼວງໃນງານແຂ່ງຂັນກິລາໝາກເສິກສາກົນອາຊີຕາເວັນອອກສ່ຽງໃຕ້ - ảnh 1

 ບັນດານັກກິລາ ຫວຽດນາມ ຄວ້າໄດ້ຫຼຽນຄຳ 12 ຫຼຽນ

(ພາບ: nld.com.vn)

ເຂົ້າຮ່ວມງານແຂ່ງຂັນຊິງຊະນະເລີດກິລາໝາກເສິກສາກົນ ໃນກຸ່ມເກນອາຍຸຕ່າງໆອາຊີຕາເວັນອອກສ່ຽງໃຕ້ ພວມດຳເນີນຢູ່ມຽນມາ ຄັ້ງນີ້, ທິມຫວຽດນາມ ລວມມີ 140 ຄົນເຂົ້າຮ່ວມການແຂ່ງຂັນໃນທຸກເກນອາຍຸ, ເຊິ່ງໄດ້ບັນລຸຜົນສຳເລັດໃນບັນດາປະເພດການແຂ່ງຂັນໝາກເສິກສາກົນມາດຕະຖານ, ບັນດານັກກິລາ ຫວຽດນາມ ຄວ້າໄດ້ຫຼຽນຄຳ 12 ຫຼຽນ ໃນການແຂ່ງຂັນປະເພດຊາຍດ່ຽວ, ຍິງດ່ຽວ. ນອກນັ້ນ, ບັນດານັກກິລາ ຫວຽດນາມ ຍັງນຳໜ້າການຈັດອັນດັບຢູ່ທັງ 3 ເນື້ອໃນແຂ່ງຂັນ 8 ປະເພດ.

        ງານແຂ່ງຂັນປີນີ້, ໂດຍມີການເຂົ້າຮ່ວມຂອງນັກກິລາ 431 ຄົນ, ທີ່ມາຈາກ 9 ປະເທດໃນພາກພື້ນ, ເຊິ່ງຈະດຳເນີນຮອດວັນທີ 18 ມິຖຸນາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ