ຫວຽດນາມຍາດໄດ້ ຜົນງານສູງ ໃນການສອບເສັງ ໂອລິມປິກສາກົນ ວິຊາເຄມີສາດປີ 2012

ຫວຽດນາມຍາດໄດ້ ຜົນງານສູງ ໃນການສອບເສັງ ໂອລິມປິກສາກົນ ວິຊາເຄມີສາດປີ 2012 - ảnh 1

Nguyen Viet Hoang ນັກຮຽນສັງກັດໂຮງຮຽນມັດທະຍົມຕອນປາຍ HັaNoi-Amsterdam ສາມາດຄ້ວາໄດ້ຫຼຽນເງິນ (ພາບ: Internet) 

Vovworld- ຕາມ​ຂ່າວ​ຈາກ​ກະຊວງ​ສຶກສາ ​ແລະ ກໍ່ສ້າງ​ຫວຽດນາມ​ແລ້ວ, ຄະນະ​ນັກຮຽນ​ຫວຽດນາມ​ລວມ 4 ຄົນທີ່​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ໂອ​ລິ​ມປິກ​ສາກົນວິຊາ​ເຄມີ​ສາດ​ປີ 2012 ລ້ວນ​ແຕ່​ຍາດ​ໄດ້​ຫຼຽນ​ລາງວັນ ຊຶ່ງລວມມີ 1 ຫຼຽນ​ຄຳ, 2 ຫຼຽນ​ເງິນ ​ແລະ 1 ຫຼຽນ​ທອງ​ແດງ. ​ໃນ​ນັ້ນ ຫຼຽນ​ຄຳ​ແມ່ນ​ໄດ້​ແກ່​ນັກຮຽນ Pham Dang Huy ສັງກັດ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ ​ເຈີ​ນຟູ້ ນະຄອນ​ຫາຍ​ຟ່ອງ. ການ​ສອບ​ເສັງ​ໂອ​ລິ​ມປິກ​ສາກົນວິຊາ​ເຄມີ​ສາດ​ປີ 2012 ຖືກ​ຈັດ​ຂຶ້ນ​ຢູ່​ສະຫະລັດ​ອາ​ເມ​ລິ​ກາ ​ແຕ່​ວັນ​ທີ 21 – 30/7 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກຮຽນ​ທີ່​ມາ​ຈາກ 72 ປະ​ເທດ ​ແລະເຂດ​ແຄ້ວ​ນ​ ໃນ​ໂລກ.

ຂ່າວ/ບົດ​ອື່ນ