ທ່ານເລເລືອງມີນ ເລຂາທິການໃຫຍ່ ອາຊຽນ
ພາບ:internet
|
(vovworld)- ວັນທີ 8/8, ອາຊຽນ ສະເຫລີມສະຫລອງ 46 ປີແຫ່ງວັນສ້າງຕັ້ງ. ຕອນເຊົ້າວັນ 8/8 ຢູ່ ນະຄອນຫລວງ ຮ່າໂນ້ຍ ໄດ້ດຳເນີນພິທີຊັກທຸງ ອາຊຽນ. ເຂົ້າຮ່ວມພິທີ ມີທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວີງ, ທ່ານ ບຸ່ຍຮົ່ງຫລີງ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມດ້ວຍ ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ອາຊຽນ ປະຈຳຫວຽດນາມ ແລະ ແຂກຖືກເຊີນເປັນຈຳນວນຫລວງຫລາຍ. ການເຄື່ອນໄຫວດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ ໃນການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງອາຊຽນເພື່ອສ້າງປະຊາຄົມອາຊຽນ ໃນປີ 2015 ແລະ ສ້າງສະຕິໃຫ້ວົງຄະນາຍາດປະຊາຊົນເທື່ອລະກ້າວ, ພ້ອມທັງຊ່ວຍເພີ່ມທະວີໂຄສະນາພາບພົດອາຊຽນ ອອກສູ່ປະຊາຄົມສາກົນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງ ອາຊຽນ.
ແລະໃນຕອນເຊົ້າວັນດຽວກັນ, ພິທີຊັກທຸງ ອາຊຽນ ກໍ່ໄດ້ດຳເນີນໄປຢູ່ບັນດາປະເທດສະມາຊິກອື່ນໃນອາຊຽນ ຕາມພິທີການຢ່າງສົມກຽດ ເພື່ອຢັ້ງຢືນຄຳໝັ້ນສັນຍາຂອງບັນດາປະເທດອາຊຽນໃນການສ້າງປະຊາຄົມ ອາຊຽນ ໃນປີ 2015 ໃນ 3 ເສົາຄ້ຳ: ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳສັງຄົມ.