ຫວຽດນາມຕາງໜ້າກຸ່ມ G21 ເນັ້ນໜັກເຖິງຄວາມຈຳເປັນຂອງການຫຼຸດຜ່ອນນິວເຄຼຍ

(VOVWORLD) -ວັນທີ 26 ມິຖຸນາ, ທີ່ກອງປະຊຸມຄົບຄະນະກອງປະຊຸມຫຼຸດຜ່ອນກຳລັງອາວຸດການທະຫານ (CD), ທ່ານເອກອັກຄະລັດຖະທູດຫວຽດນາມ ເຢືອງຈິ໋ຢຸງ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ເຊີແນວ (ປະເທດສະວິດ), ໂດຍຕາງໜ້າໃຫ້ກຸ່ມ 21 (G21) ສະເໜີບົດກ່າວປາໄສລວມກ່ຽວກັບການຫຼຸດຜ່ອນອາວຸດນິວເຄຼຍ.

ໃນບົດກ່າວປາໄສ, G21 ໄດ້ຫວນຄືນຄວາມວິຕົກກັງວົນເຊິ່ງອາວຸດນິວເຄຼຍທີ່ວາງອອກ ດ້ວຍຄວາມຢູ່ລອດຂອງມວນມະນຸດ, ພ້ອມທັງເນັ້ນໜັກເຖິງໜ້າທີ່ຮັບຜິດຊອບຂອງບັນດາປະເທດມີອາວຸດນິວເຄຼຍໃນການປະລະບັນດາອາວຸດດັ່ງກ່າວ. G21 ເນັ້ນໜັກວ່າ, ຄວາມກ້າວໜ້າກ່ຽວກັບການບໍ່ແຜ່ຂະຫຍາຍ ແລະ ຫຼຸດຜ່ອນນິວເຄຼຍແມ່ນຄວາມຈຳເປັນສຳລັບສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ; ປະລະອາວຸດນິວເຄຼຍແມ່ນການຮັບປະກັນໜຶ່ງດຽວເພື່ອໃຫ້ບັນດາປະເທດບໍ່ຖືກນາບຂູ່ ຫຼື ຖືກບຸກໂຈມຕີດ້ວຍອາວຸດນິວເຄຼຍ.

      ຫວຽດນາມ ຮັບບົດບາດເປັນຜູ້ປະສານງານຂອງ G21 ທີ່ກອງປະຊຸມຫຼຸດຜ່ອນກຳລັງອາວຸດການທະຫານແຕ່ວັນທີ 25 ມິຖຸນາ ຫາວັນທີ 19 ສິງຫາ 2018 (ກອງປະຊຸມຫຼຸດຜ່ອນກຳລັງອາວຸດການທະຫານພັກກາງສະໄໝໃນເດືອນ ກໍລະກົດ 2018).

ຕອບກັບ

ຂ່າວ/ບົດ​ອື່ນ