ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ |
(vovworld) – ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ໜ້າເຫດການວັນທີ 7/2/2016, ສປປ ເກົາຫລີຍິງລູກສອນໄຟ ໂດຍນຳໃຊ້ເຕັກໂລໂນຢີລູກສອນໄຟນຳວິຖີ, ວັນທີ 9/2/2016, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ, ຊີ້ແຈ້ງວ່າ: “ຫວຽດນາມ ມີຄວາມວິຕົກວົງວົນຢ່າງເລິກເຊິ່ງຕໍ່ໜ້າເລື່ອງ ສປປ ເກົາຫຼີ ບໍ່ຫົວຊາຕໍ່ການຄັດຄ້ານຂອງປະຊາຄົມໂລກ, ໄດ້ດຳເນີນເຫດການຍິງລູກສອນໄຟ ໂດຍນຳໃຊ້ເຕັກໂນໂລຢີລູກສອນໄຟນຳວິຖີເມື່ອວັນທີ 7/2/2016, ລະເມີດບັນດາມະຕິກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ, ເຮັດໃຫ້ສະພາບຢູ່ພາກພື້ນເຄັ່ງຕຶງຂຶ້ນຕື່ມ.
ທັດສະນະຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນທຸກໆຄວາມມານະພະຍາຍາມເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນແຫຼມ ເກົາຫຼີ ກໍ່ຄືຢູ່ພາກພື້ນ ແລະ ຢູ່ໃນໂລກ, ສະໜັບສະໜຸນການແກ້ໄຂທຸກໆຄວາມບໍ່ລົງລອຍກັນຜ່ານການໂອ້ລົມສົນທະນາ, ຢັ້ງຢືນບັນດາມະຕິກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສປຊ ຕ້ອງໄດ້ຮັບການປະຕິບັດຢ່າງເຂັ້ມງວດ.”