ຫວຽດນາມ-ລາວຍູ້ແຮງການພົວພັນດ້ານການຄ້າສອງຝ່າຍ
ທ່ານ ເຈີ່ນຕ໋ວນແອງ ແລະ ທ່ານ ນາງ ເຂັມມະນີ ພົນເສນາ
(vovworld)-ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 (AEM48) ພວມດຳເນີນ ຢູ່ນະຄອນຫຼວງວຽງຈັນ, ລາວ, ວັນທີ 4/8, ທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ, ໄດ້ມີການພົບປະສອງຝ່າຍ ກັບ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າລາວ. ສອງຝ່າຍໃຫ້ຂໍ້ສັງເກດວ່າ ການພົວພັນຮ່ວມມືດ້ານການຄ້າ ຫວຽດນາມ-ລາວ ພັດທະນາພໍສົມຄວນ ໃນໄລຍະຜ່ານມາ ເມື່ອວົງເງິນການຄ້າສອງປະເທດ ເຕີບໂຕຢ່າງຕໍ່ເນື່ອງຕາມແຕ່ລະປີ, ໃນໄລຍະ ປີ 2010-2014, ບັນລຸລະດັບເຕີບໂຕສະເລ່ຍແມ່ນ 25,8%/ປີ. ປີ 2015, ການພົວພັນການຄ້າສອງປະເທດ ໄດ້ເປັນຂີດໝາຍແຫ່ງບາດກ້າວຄືບໜ້າໃໝ່ ດ້ວຍການສຳເລັດການເຈລະຈາ, ເຊັນສັນຍາການຄ້າສອງຝ່າຍ 2 ສະບັບ, ສັນຍາການຄ້າຊາຍແດນ ຫວຽດນາມ-ລາວ. ລັດຖະມົນຕີກະຊວງອຸດສາຫະກຳການຄ້າສອງປະເທດ ເຫັນດີເປັນເອກະ ພາບບາງມາດຕະການ ເພື່ອຊຸກຍູ້ການພົວພັນການຄ້າສອງປະເທດ ເຊັ່ນ: ສົມທົບກັນຄົ້ນຄວ້າ, ສ້າງແຜນຮ່າງພັດທະນາດ້ານການຄ້າ ຫວຽດນາມ-ລາວ ໄລຍະ 10 ປີ ຈະມາເຖິງ; ເພີ່ມທະວີເຜີຍແຜ່ບັນດາເອກະສານທີ່ສຳຄັນ ສຳລັບການພົວພັນການຄ້າສອງຝ່າຍ ທີ່ໄດ້ເຊັນກັນ ລະຫວ່າງ ສອງປະເທດ ເຊັ່ນ: ສັນຍາການຄ້າຫວຽດນາມ-ລາວ.