ຫວຽດນາມສຸ້ຊົນຮອດປີ 2030 ມີພື້ນຖານການສຶກສາບັນລຸລະດັບກ້າວຫນ້າໃນພາກພື້ນ

ຫວຽດນາມສຸ້ຊົນຮອດປີ 2030 ມີພື້ນຖານການສຶກສາບັນລຸລະດັບກ້າວຫນ້າໃນພາກພື້ນ - ảnh 1
ວາລະ​ປະຊຸມ​ສະພາ​​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ

(vovworld)-ຕອນ​ເຊົ້າ​ວັນ​ທີ24/7ຢູ່ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ສະພາ​​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ແຫ່ງ​ຊາດ​ ອາຍຸ​ການ 2011- 2015. ວາລະ​ປະຊຸມ​ໄດ້​ສຸ​ມ​ໃສ່​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ໃສ່​​ແຜນ​ຮ່າງ“ປ່ຽນ​ໃຫມ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ຫັນ​​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫລາດ, ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ກ່າວ​ຄຳ​ເຫັນ​ສະຫລຸບ​ວາລະ​ປະຊຸມ,​ ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີນ​ຢູງ, ປະທານ​ສະພາ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ແຫ່ງ​ຊາດ​ ສະ​ເຫ​ນີວ່າ:

        “​ແຜນ​ຮ່າງ​ຄວນ​ເຮັດ​ແຈ້ງ​ທັດສະນະ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ​ຂອງ​ການ​ສຶກສາ​ໃນ​ວິວັດ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ຕິດ​ພັນ​ກັບ​ການ​ພັດທະນາ​ການ​ສຶກສາ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ, ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ແຜນ​ຮ່າງ​ກໍ​ຄວນ​ເຮັດ​ແຈ້ງ​ບາງ​ການ​ກຳນົດ​ທິດ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ປະກາດ​ໃຊ້​ນະ​ໂຍບາຍ​ກ່ຽວຂ້ອງ​ເຖິງ​ການ​ສຶກສາ.”

ຂ່າວ/ບົດ​ອື່ນ