ຫວຽດນາມສຸມທຸກຄວາມມານະພະຍາຍາມເພື່ອປ້ອງກັນ ແລະ ຕ້ານພາຍຸ ຮ່າຍຢານ

ຫວຽດນາມສຸມທຸກຄວາມມານະພະຍາຍາມເພື່ອປ້ອງກັນ ແລະ ຕ້ານພາຍຸ ຮ່າຍຢານ - ảnh 1
ທ່ານຮອງ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ລົງ​ກວດກາ ​ແລະ ຊີ້​ນຳ​ວຽກ​ງານ​ຮັບ​ມື​ກັບ​ພາຍຸ ຮາ​ຍຢານ 
(ພາບ : vietnamnet)

(vovworld)-  ພາຍຫຼັງເຄື່ອນຍ້າຍໄປເປັນເວລາຫຼາຍຊົ່ວໂມງ, ​ພາຍຸ ຮາ​ຍຢານ ໄດ້ປ່ຽນທິດ, ເຄື່ອນໄປ ສູ່ບັນດາແຂວງທາງພາກເໜືອ ແລະ ມີການຜັນແປຢ່າງ ສັບສົນ. ຕອນ​ທ່ຽງວັນ​ທີ 10/11, ທ່ານຮອງ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ລົງ​ກວດກາ ​ແລະ ຊີ້​ນຳ​ວຽກ​ງານ​ຮັບ​ມື​ກັບ​ພາຍຸ ຮາ​ຍຢານ ຢູ່​ແຂວງ ຮ່າ​ຕິ້ງ.ທ່ານຮອງ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມຮ່ວາງ​ຈຸ​ງຫາຍ​ເນັ້ນ​ໜັກ​ວ່າ:

     “​ພາຍຸ ຮາ​ຍຢານ ມີ​ສັນຍານ​ເຄື​ອ່ນລຽບ​ຕາມ​ຝັ່ງ​ທະ​ເລ​ພາກ​ກາງ ​ແລະ ມຸ່ງ​ໄປ​ສູ່​ພາກ​ເໜືອ. ບັນດາ​ແຂວງ​ທັງ​ໝົດ​ຈາກ ຮ່າ​ຕິ້ງ, ​ເຫ​ງະ​ອ່ານ, ​ແທງ​ຮ້ວາ,​ນາມ​ດິ້ງ, ນິງບິງ, ທ້າຍ​ບິງ ກຽມພ້ອມ​ຮັບ​ມື​ກັບ​ພາຍຸ ຮາ​ຍຢານ ຢ່າງ​ສູງ​ສຸດ.”

   ທ່ານ​ວູ້ວັນ​ຕູ້ ຫົວໜ້າຫ້ອງ​ວ່າການ ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ນ້ຳ​ຖ້ວມ​ສູນ​ກາງ ​ໃຫ້​ຂໍ້​ສັງ​ເກດ​ວ່າ ວຽກ​ງານ​ຈຸດ​ສຸມ​ໃນ​ວັນ​ນີ້, ​ແມ່ນ​ກະຕຸກ​ຊຸກຍູ້​ບັນດທ້ອງ​ຖິ່ນ​ແຄມ​ທະ​ເລ​ພາກ​ເໜືອ ຍົກຍ້າຍ ປະຊາຊົນ, ​ເຮືອ, ພາຫະນະ​ຈັບ​ຫາ​ປາ, ລ້ຽງ​ປາ​ບົນ​ທະ​ເລ ​ໄປ​ຍັງ​ເຂດ​ປອດ​ໄພ . ທ່ານ​ວູ້ວັນ​ຕູ້ ຫົວໜ້າຫ້ອງ​ວ່າການ ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ນ້ຳ​ຖ້ວມ​ສູນ​ກາງ ຕັກ​ເຕືອນ​ວ່າ : 

   “ ກ່ຽວ​ກັບ​ອ່າງ​ເກັບ​ນ້ຳ, ​ເຂື່ອນ​ນ້ຳ, ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ແຂວງ​ເຂດ​ພູດ​ອຍທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ, ຍ້ອນ​ວ່າ ຕາມ​ການ​ພະຍາກອນ, ຈະ​ມີ​ຝົນຕົກ​ໜັກ, ​ໃນ​ຂະນະ​ທີ່​ບັນດາ​ອ່າງ​ເກັບ​ນ້ຳ​ໄດ້​ສະ​ສົມ​ນ້ຳ​ເຕັມ​ແລ້ວ.”

ຂ່າວ/ບົດ​ອື່ນ