ຫວຽດນາມ-ສ.ສະຫະພັນເຢຍລະມັນຊອກຫາກາລະໂອກາດ,ຊຸກຍູ້ການຮ່ວມມືດ້ານເສດຖະກິດ
ທ່ານລັດຖະມົນຕີເສດຖະກິດ ແລະ ພະລັງງານເຢຍລະມັນ Beckmeyer
ກ່່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: TTXVN)
(vovworld) - ວັນທີ 22/06, ຢູ່ Berlin, ສະຖານທູດຫວຽດນາມ ປະຈຳເຢຍລະມັນ ໄດ້ຈັດກອງປະຊຸມສຳມະນາເສດຖະກິດ “ການພົວພັນດ້ານເສດຖະກິດ, ການຄ້າ ຫວຽດນາມ - ເຢຍລະມັນ ໃນຊຸມປີຈະມາເຖິງ: ຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ແງ່ຫວັງ ແລະ ບັນດາມາດຕະການຊຸກຍູ້”. ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ບັນດາອົງການວາງແຜນນະໂຍບາຍ, ຄຸ້ມຄອງເສດຖະກິດ, ວິສາຫະກິດ 2 ປະເທດຮັງຮູ້ຢ່າງຄົບຖ້ວນກວ່າ ກ່ຽວກັບໄດ້ບັນດາຄວາມສາມາດບົ່ມຊ້ອນໃຫຍ່ຫຼວງໃນການພົວພັນດ້ານເສດຖະກິດຂອງ 2 ຄູ່ຮ່ວມມືຢູ່ລະດັບຍຸດທະສາດ ແລະ ບັນດາກາລະໂອກາດໃໝ່… ຈາກນັ້ນ, ແລກປ່ຽນບັນດາມາດຕະການເພື່ອຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດກວ່າ. ຕາມການຕີລາຄາຂອງບັນດາຜູ້ແທນແລ້ວ, ປະຈຸບັນເຢຍລະມັນ ແມ່ນຄູ່ຄ້າລາຍໃຫຍ່ຂອງຫວຽດນາມ ໃນສະຫະພາບເອີລົບ (EU) ແລະ ກໍ່ແມ່ນນັກລົງທຶນ EU ໃຫຍ່ອັນດັບທີ 5 ຢູ່ຫວຽດນາມ ດ້ວຍໂຄງການລົງທຶນກວ່າ 600 ສະບັບ, ລວມທຶນຈົດທະບຽນທັງໝົດແມ່ນກວ່າ 1,4 ຕື້ USD, ແຕ່ວົງເງິນການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດໃນປະຈຸບັນຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງ 2 ປະເທດເທື່ອ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເຢຍລະມັນ ດ່ວານຊວນຮືງ ເນັ້ນໜັກວ່າ, ມີວິສາຫະກິດເຢຍລະມັນ ຫຼາຍແຫ່ງປາດຖະໜາຢາກລົງທຶນເຂົ້າຫວຽດນາມ, ແຕ່ຍັງລັ່ງເລໃຈຍ້ອນບໍ່ທັນເຂົ້າໃຈແຈ້ງກ່ຽວກັບຕະຫຼາດຫວຽດນາມ ກໍຄືວິທີເພື່ອນຳໃຊ້ໂອກາດ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວລະຫວ່າງ 2 ປະເທດ. ເຂົ້າຮ່ວມກອງປະຊຸມສຳມະນາ, ທ່ານລັດຖະມົນຕີເສດຖະກິດ ແລະ ພະລັງງານເຢຍລະມັນ Beckmeyer ຖືວ່າ, ຄາດໝາຍເຊິ່ງ 2 ຝ່າຍຍົກອອກມາແມ່ນ ແມ່ນຢາກຍົກສູງຍອດວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 20 ຕື້ USD ໃນຮອບເວລາ 5 ປີຈະມາເຖິງນີ້ ແມ່ນຄວາມໝາຍເຊິ່ງຮຽກຮ້ອງໃຫ້ 2 ຝ່າຍຕ້ອງມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ກໍຄືຕ້ອງມີຄວາມເຫັນດີເຫັນພ້ອມເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກໃນປະຈຸບັນ.