ຫວຽດນາມ-ອົດສະຕາລີເປັນເອກະພາບການຮ່ວມມືວິທະຍາສາດ-ເຕັກໂນໂລຊີໃນຫຼາຍຂົງເຂດ
ຫວຽດນາມ-ອົດສະຕາລີເປັນເອກະພາບ
ການຮ່ວມມືວິທະຍາສາດ-ເຕັກໂນໂລຊີໃນຫຼາຍຂົງເຂດ
(ພາບ: vietnamplus)
(vovworld) - ວັນທີ 17/03, ຢູ່ນະຄອນຫຼວງ Canberra, ປະເທດອົດສະຕາລີ ໄດ້ດຳເນີນກອງປະຊຸມຄັ້ງທີໜຶ່ງຄະນະກຳມະການປະສົມ (JCM) ກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ອົດສະຕາລີ. ຄະນະຜູ້ແທນຫວຽດນາມ ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຈີ່ນກວກແຄ໋ງ ນຳໜ້າເຂົ້າຮ່ວມກອງປະຊຸມ. ທ່ານ ເຈີ່ນກວກແຄ໋ງ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ ອົດສະຕາລີ ໄດ້້ໜູນຊ່ວຍຫວຽດນາມ ໃນຫຼາຍຂົງເຂດ, ໃນນັ້ນມີດ້ານວິທະຍາສາດ ແລະ ເຕັກໂນໂລຊີ. ເລື່ອງ 2 ປະເທດໄດ້ລົງນາມໃນສັນຍາກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີປີ 2013 ສືບຕໍ່ສ້າງພື້ນຖານຢ່າງໝັ້ນຄົງເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ. ກໍ່ທີ່ກອງປະຊຸມ, 2 ຝ່າຍ ໄດ້ປຶກສາຫາລື ແລະ ເປັນເອກະພາບໃນບັນດາຂົງເຂດຮ່ວມມືໃນໄລຍະຈະມາເຖິງ ກໍຄືກົນໄກເຮັດວຽກຂອງ JCM. ກ່ຽວກັບການຮ່ວມມື 2 ຝ່າຍ, ໃນຕໍ່ໜ້າ, 2 ຝ່າຍຈະສຸມໃສ່ເຂົ້າໃນບັນດາຂົງເຂດຄື: ສາທາລະນະສຸກ, ກະສິກຳ ແລະ ສິ່ງແວດລ້ອມ. ກ່ຽວກັບການຮ່ວມມື, 2 ຝ່າຍໄດ້ເປັນເອກະພາບຈະຮ່ວມມືບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. 2 ຝ່າຍກໍເຫັນດີເປັນເອກະພາບຄາດວ່າຈະຈັດກອງປະຊຸມຄັ້ງທີ 2 JCM ຢູ່ຮ່າໂນ້ຍ ໃນທ້າຍປີ 2018.