ຫວຽດນາມເຂົ້າຮ່ວມກອງ ປະຊຸມສະມັດຊາໃຫ່ຍ WIPO ຄັ້ງທີ 54


ຫວຽດນາມເຂົ້າຮ່ວມກອງ ປະຊຸມສະມັດຊາໃຫ່ຍ WIPO ຄັ້ງທີ 54 - ảnh 1
​(
ພາບປະກອບ)

(vovworld) –​​ວັນ​ທີ 22/9, ວາລະ​ປະຊຸມສະມັດຊາ​ໃຫ່ຍອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ (WIPO) ຄັ້ງທີ 54​ ​ໄດ້​ໄຂ​ຂຶ້ນ​ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຄະນະ​ຜູ້​ແທນ​ມາ​ຈາກ 187 ປະ​ເທດສະມາຊິກ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ເຈິ່ນວັນ​ຕຸ່ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເປັນ​ຫົວໜ້າ​ຄະນະ. ທ່ານ​ເຈິ່ນວັນ​ຕຸ່ງ ຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່ ສະມັດຊາ​ໃຫ່ຍ​ WIPO, ພົບ​ປະກັບ​ຜູ້ອຳນວບການ​ໃຫ່ຍ ​ WIPO ເພື່ອສະ​ແດງ​ໃຫ້​ເຫັນ​ບາງ​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ກຳນົດ​ທິດ​ທາງ​ສ້າງ​ລະບົບ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ WIPO ​ແມ່ນ​ເວທີ​ປາ​ໄສ​ທົ່ວ​ໂລກ​ເພື່ອ​ຊຸກຍູ້​ບັນດາ​ນະ​ໂຍບາຍ ຊັບ​ສິນ​ທາງ​ປັນ​ຍາ, ການ​ບໍລິການ, ຖະ​ແຫຼ​ງຂ່າວ ​ແລະ ການ​ຮ່ວມ​ມື. ​ໂດຍ​ແມ່ນ​ອົງການ​ວິຊາ​ສະ​ເພາະ​ຂອງ ສປຊ, WIPO ​ໄດ້​ໜູນ​ຊ່ວຍ 187 ປະ​ເທດສະມາຊິກ​ໃນ​ການ​ສ້າງ​ຂອບ​ເຂດ​ນິຕິ​ກຳ​ສາກົນສ້າງ​ຄວາມ​ດຸນ​ດ່ຽງ​ດ້ານຊັບ​ສິນ​ທາງ​ປັນ​ຍາ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ສັງຄົມ./.

ຂ່າວ/ບົດ​ອື່ນ