ຫວຽດນາມເຂົ້າຮ່ວມການ ໂອ້ລົມສົນທະນາອາຊຽນ -ອີນເດຍຄັ້ງທີ 6
ທ່ານ Salman Khurshid ລັດຖະມົນຕີການຕ່າງປະເທດອິນເດຍ
(ພາບ: AFP/TTXVN)
(vovworld)- ການໂອ້ລົມສົນທະນາປະຈຳປີລະຫວ່າງອາຊຽນ-ອິນເດຍ ຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນຫຼວງນິວເດລີ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດ ຖະມົນຕີການຕ່າງປະເທດຟ້າມກວາງວິງ ນຳໜ້າເຂົ້າຮ່ວມກອງປະຊຸມ.
ທີ່ວາລະໄຂ, ທ່ານ Salman Khurshid ລັດຖະມົນຕີການຕ່າງປະເທດອິນເດຍ ຖືວ່າ, ເສດຖະກິດແມ່ນພື້ນຖານຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດ. ອິນເດຍ ໄດ້ປະຕິບັດລະບຽບການສຳເລັດເພື່ອລົງນາມໃນສັນຍາການຄ້າເສລີ (FTA) ກ່ຽວກັບການບໍລິການ ແລະ ລົງທຶນກັບອາຊຽນ ແລະ ພວມລໍຖ້າບັນດາປະເທດສະມາຊິກອາຊຽນ ປະຕິບັດວິວັດການນີ້ສຳເລັດ. ທ່ານປາດຖະໜາວ່າ, ການໂອ້ລົມສົນທະນານິວເດລີ ຄັ້ງທີ 6 ຈະຊຸກຍູ້ການເຊື່ອມຕໍ່ອິນເດຍ-ອາຊຽນ. ສ່ວນທ່ານເລເລືອງມິງ, ເລຂາທິການໃຫ່ຍອາຊຽນ ໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືລະຫວ່າງອິນເດຍຍອາຊຽນ./.