ຫວຽດນາມເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນຢູແກຼນຄັ້ງທີ22

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນຢູແກຼນຄັ້ງທີ22 - ảnh 1
ຮ້ານວາງສະແດງຂອງຫວຽດນາມ

(vovworld) –  ງານ​ຕະຫຼາດນັດທ່ອງທ່ຽວ​ສາກົນ ຢູ​ແກຼນ ຄັ້ງ​ທີ 22 ​ໄຂ​ຂຶ້ນ​ໃນ​ວັນ​ທີ 30/3, ຢູ່​ນະຄອນຫຼວງ ກີ​ແອບ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບໍລິສັດ​ທ່ອງ​ທ່ຽວຂະໜາດ​ໃຫຍ່​ນັບ​ຮ້ອຍ​ແຫ່ງ​ຂ​ອງ​ເກືອບ 30 ປະ​ເທດ. ປີ​ນີ້, ​ເປັນ​ຄັ້ງ​ທຳ​ອິດທີ່ ຫວຽດນາມ​ ​ໄດ້​ເຂົ້າ​ຮ່ວມ​​ເພື່ອ​ແນ​ະນຳ​ກັບ​ແຂກ​ທ່ອງ​ທ່ຽວ ຢູ​ແກຼນ ​ແລະ ສາກົນ​ກ່ຽວ​ກັບ​ຄວາມ​ສາມາດບົ່​ມຊ້ອນ​ດ້ານ​ການທ່ອງ​ທ່ຽວ ກໍ​ຄື​ແລກປ່ຽນ​ຂໍ້​ມູນ​ຂ່າວ, ຊຸກຍູ້​ການ​ຮ່ວມ​ສຳພັນ​ດ້ານ​ການທ່ອງທ່ຽວ.

        ງານ​ຕະຫຼາດນັດ​ທ່ອງ​ທ່ຽວສາກົນ ຢູ​ແກຼນ ຄັ້ງ​ທີ 22 ​ໄດ້​ດ​ຳ​ເນີນ​​ເປັນ​ເວລາ 3 ວັນ ​ແລະ ​ໃນ​ມື້​ທຳ​ອິດ, ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວຫຼາຍ​ທີ່​ສຸດ, ວິ​ສາ​ຫະກິດ​​ໄປ​ຢ້ຽມ​ຊົມ, ຊອກ​ຮູ້​ຂໍ້​ມູນ​ຂ່າວສານ​ກ່ຽວກັບປະ​ເທດ​ຊາດ, ຊາວ ຫວຽດນາມ, ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ ​ແລະ ​ແລກປ່ຽນ​ບັນດາ​ຄວາມ​ສາມາດ​ຈັດ​ຕັ້ງ​ກໍ​ຄື​ການ​ຮ່ວມ​ສຳພັນ​​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ​ໃນ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ຈັດ​ຕັ້ງ​ຢູ່​ນອກ​ງານ​ຕະຫຼາດນັດ, ຫວຽດນາມ ກໍ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ເພື່ອ​ແນ​ໃສ່​ສະ​ໜອງ​ຂໍ້​ມູນ​ຂ່າວ​ທີ່​ມີ​ປະ​​ໂຫຍ​ດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ຢູ​ແກຼນ ​ແລະ ສາກົນ ຕື່ມ​ອີກ.

                                      


ຂ່າວ/ບົດ​ອື່ນ