ທ່ານ ເຈີນດ້າຍກວາງ ແລະ ທ່ານ Toyberg Frandzen
ພາບ:baomoi.com
|
(vovworld)- ໃນຂອບເຂດການຢ້ຽມຢາມອາເມລິກາ ຢ່າງເປັນທາງການ, ວັນທີ 19-20/3, ທ່ານ ເຈີນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫລວດ ຫວຽດນາມ ໄດ້ໄປຢ້ຽມຢາມສຳນັກງານ ສປຊ ຢູ່ ນະຄອນ ນິວຢອກ ແລະ ພົບປະກັບບັນດາການນຳຂອງອົງການນີ້. ທີ່ການພົບປະຄັ້ງຕ່າງໆ, ທ່ານ Mahmadamin Mahmadaminov, ຜູ້ຮັກສາການປະທານສະມັດຊາໃຫຍ່ ສປຊ ແລະ ທ່ານ Toyberg Frandzen ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ກ່ຽວກັບດ້ານການເມືອງ ຄວາມໝັ້ນຄົງ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງຫນ້າຂອງຫວຽດນາມໃນການສ້າງບັນດາຍຸດທະສາດ, ໂຄງການດຳເນີນງານຂອງ ສປຊ. ທ່ານລັດຖະມົນຕີ ເຈີນດ້າຍກວາງ ຢືນຢັນ ແຜນນະໂຍບາຍ, ແນວທາງການຕ່າງປະເທດສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນເອກະລາດ, ເປັນເຈົ້າ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ການພົວພັນກັບສາກົນແມ່ນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ, ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຍາມໃດ ຫວຽດນາມກໍຖືການຊຸກຍູ້ການພົວພັນກັບ ສປຊ ເປັນສຳຄັນ, ຖືວ່ານີ້ ແມ່ນຈຸດສຸມບຸລິມະສິດໃນນະໂຍບາຍການຕ່າງປະເທດ.