ຫວຽດນາມແລະລາວແລກປ່ຽນການຮ່ວມມືກ່ຽວກັບວຽກງານກົດໝາຍ
ນັກຂ່າວVOVປະຈຳລາວ -  
ພາບປະກອບ
ຫວຽດນາມແລະລາວເພີ່ມທະວີການບຳລຸງສ້າງພະນັກງານການນຳແລະຄຸ້ມຄອງ
(vovworld)- ວັນທີ 9/12 ຢູ່ ນະຄອນຫລວງ ວຽງຈັນ, ສາດສະດາຈານ ດຣ ຕ້າງອກເຕີນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ ແລະ ຮອງສາດສະດາຈານ ດຣ ທອງສະລິດ ມັງນໍ່ເມກ, ຜູ້ອຳນວຍການສະຖາບັນການເມືອງ ການປົກຄອງແຫ່ງຊາດລາວ ເປັນປະທານກອງປະຊຸມສຳມະນາ ກ່ຽວກັບ “ທັດສະນະຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ກ່ຽວກັບການບຳລຸງສ້າງພະນັກງານການນຳ ແລະ ຄຸ້ມຄອງໄລຍະປະຈຸບັນ.” ກອງປະຊຸມສຳມະນາ ໄດ້ຢືນຢັນຄວາມໝາຍສຳຄັນຂອງການບຳລຸງສ້າງພະນັກງານ ແລະ ເນັ້ນຫນັກວ່າ ວຽກງານນີ້ຕ້ອງປະຕິບັດເປັນປະຈຳ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນພາຍພາກຫນ້າ ແລະ ຍາວນານໃຫ້ແກ່ພາລະກິດປະຕິວັດຂອງແຕ່ລະປະເທດ ກໍຄື ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ ແລະ ລາວ.
ກ່ອນຫນ້ານັ້ນ, ວັນທີ 8/12, ຫ້ອງວ່າການສະພາແຫ່ງຊາດ ລາວ ໄດ້ຈັດຕັ້ງການຝຶກອົບຮົມ “ຍົກສູງທັກສະໄຈ້ແຍກນະໂຍບາຍສຳລັບຮ່າງກົດໝາຍ”. ເຂົ້າຮ່ວມການຝຶກອົບຮົມມີການນຳສະພາແຫ່ງຊາດ ລາວ, ຜູ້ຕາງໜ້າບາງອົງການກ່ຽວຂ້ອງຂອງຫ້ອງວ່າການສະພາແຫ່ງຊາດ 2 ປະເທດ ລາວ ແລະ ຫວຽດນາມ. ບັນດາຜູ້ແທນເຂົ້າຮ່ວມການຝຶກອົບຮົມໄດ້ແລກປ່ຽນບັນດາບົດຮຽນສຳຄັນຄື: ໄຈ້ແຍກນະໂຍບາຍກ່ຽວກັບຮ່າງກົດໝາຍເວົ້າລວມ, ໄຈ້ແຍກຜົນກະທົບ, ຜົນສະທ້ອນຂອງນະໂຍບາຍໃນຮ່າງກົດໝາຍ, ໄຈ້ແຍກກ່ຽວກັບປະສິດທິຜົນເສດຖະກິດຂອງນະໂຍບາຍກໍ່ສ້າງຮ່າງກົດໝາຍ ແລະ ວິທີປະຕິບັດຕົວຈິງ. ເລື່ອງຈັດຕັ້ງການຝຶກອົບຮົມເພື່ອແນໃສ່ຍົກສູງຄວາມສາມາດທັກສະໃຫ້ບັນດາ ສະມາຊິກສະພາແຫ່ງຊາດ ເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ລາວຊຸດທີ 7 ທີ່ໄຂຂຶ້ນໃນວັນທີ 9/12. ພ້ອມທັງເພື່ອແນໃສ່ຜັນຂະຫຍາຍເອກະສານບັນທຶກການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ 2 ປະເທດ ຫວຽດນາມ - ລາວ ໃນການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນເຊິ່ງກັນ ແລະ ກັນ.
ນັກຂ່າວVOVປະຈຳລາວ