ຫວຽດນາມແລະເຢຍລະມັນຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມ

ຫວຽດນາມແລະເຢຍລະມັນຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນ​າມປະ​ຈຳ​ເຢຍ​ລະ​ມັນ ດ່​ວາ​ນຊວນ​ຮືງ
(ພາບ​ປະ​ກອບ)


(vovworld) - ຫວຽດ​ນາມ ແລະ ຍັງ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນຫຼາຍ​ຢ່າງ ເພື່ອສາ​ມາດ​ເພີ່ມ​ທະ​ວີ ແລະ ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ນີ້​ແມ່ນ​ຄຳ​​ເຫັນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນ​າມປະ​ຈຳ​ເຢຍ​ລະ​ມັນ ດ່​ວາ​ນຊວນ​ຮືງ ໃນ​ການ​​ແລກ​ປ່ຽນ​ກັບ​ນັກ​ຂ່າ​ວ​ສຳ​ນັກ​ຂ່າ​ວ​ສານ​ຫວຽດ​ນາມ ຢູ່ Berlin ກ່ອນ​ການ​ຢ້ຽມ​ຢາມ​ເຢຍ​ລະ​ມັນ ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີ​ນ​ຊາງ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ດ່​ວານ​ຊວນ​ຮືງ ແລ້ວ, ພາບ​ຫຼັງ​ຫວຽດ​ນາມ ແລະ ເຢຍ​ລະ​ມັນ ສ້າງ​ຕັ້ງ​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ. ໃນ​ການ​ພົວ​ພັນ​ດ້ານ​ການ​ເມືອງ ແລະ ການ​ທູດ, 2 ຝ່າຍ​ໄດ້​ມີ​ຄວາມ​​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ​ແບ່ງ​ປັນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ຮ່ວມ​ມື​ຫຼາຍ​ຂົງ​ເຂດ. ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ຄ້າ, ເຢຍ​ລະ​ມັນ ໄດ້​ກາຍ​ເປັນ​ຄູ່​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ ໃນ​ບັນ​ດາ​ປະ​ເທດ​ສະຫະ​ພາບ​ເອ​ີ​ລົບ (EU). ກ່ຽວ​ກັບ​ການ​ຢ້ຽ​ມ​ຢາມ​ເຢຍ​ລະ​ມັນ​ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ດ່​ວານ​ຊວນ​ຮືງ ໃຫ້​ຮູ້​ວ່າ, ທ່ານ​ປະ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ ພວມ​ລໍ້​ຖ​້າ​ການ​ຢ້ຽມ​ຢາມ​ທ​າງ​ລັດ​ຖະ​ກິດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ.

ຂ່າວ/ບົດ​ອື່ນ