ຫວຽດນາມໄດ້ຮັບສະເໜີເຂົ້າດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ

(VOVWORLD) -ບັນດາປະເທດໃນກຸ່ມ ອາຊີ-ປາຊີຟິກໄດ້ເຫັນດີສະເໜີເປັນປະເທດສະໝັກຮັບເລືອກຕັ້ງພຽງປະເທດດຽວຂອງກຸ່ມ ເຂົ້າດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ
ຫວຽດນາມໄດ້ຮັບສະເໜີເຂົ້າດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ - ảnh 1 ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ປ.ຊ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ

ວັນທີ 25 ພຶດສະພາ, ທີ່ກອງປະຊຸມປະຈຳເດືອນຂອງກຸ່ມບັນດາປະເທດອາຊີ-ປາຊີຟິກຢູ່ອົງການ ສ.ປ.ຊ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ແອນຊາຍອາ , ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຊາມ໋ວາປະຈຳ ສ.ປ.ຊ, ປະທານກຸ່ມໃນເດືອນພຶດສະພາ, ບັນດາປະເທດໃນກຸ່ມ ອາຊີ-ປາຊີຟິກໄດ້ເຫັນດີສະເໜີເປັນປະເທດສະໝັກຮັບເລືອກຕັ້ງພຽງປະເທດດຽວຂອງກຸ່ມ ເຂົ້າດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ທີ່ສະຫງວນໃຫ້ກຸ່ມອາຍຸການ 2020-2021 ທີ່ການເລືອກຕັ້ງໂດຍສະມັດຊາໃຫຍ່ ສ.ປ.ຊ ດຳເນີນໃນເດືອນມິຖຸນາປີ 2019, ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ປ.ຊ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ໄດ້ຢືນຢັນວ່າ : ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສົມກັບຄວາມໄວ້ເນື້ອເຊື່ອໃຈຊຶ່ງເພື່ອນມິດສາກົນໄດ້ສະຫງວນໃຫ້ແກ່ຫວຽດນາມ ແລະ ຫວັງວ່າ ບັນດາປະເທດຈະສືບຕໍ່ສະໜັບສະຫນູນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ