ຫວຽດນາມ-ໄທເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

ຫວຽດນາມ-ໄທເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກຕ້ອນ​ຮັບ ທ່ານ​ຮອງ​ນາ​ຍົກ
​ລັດ​ຖະ​ມົນ​ຕີ ໄທ ທານະ​ສັກ ປະ​ຕິ​ມາ​​ປະກອນ


(vovworld)- ຕອນ​ບ່າຍ​ວັນ​ທີ 16/6, ທີ່​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທານະ​ສັກ ປະ​ຕິ​ມາ​​ປະກອນ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຢືນ​ຢັນວ່າ ຍາມ​ໃດ​ຫວຽດ​ນາມ ກໍ​ປາດ​ຖະ​ຫນາ​ຢາກ​ໃຫ້​ປະ​ເທດ​ໄທ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ ແລະ ສອງ​ປະ​ເທດ​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ສອງ​ປະ​ເທດ ແລະ ພາກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ສອງ​ປະ​ເທດ ຄວນ​ສົມ​ທົບ​ກັນ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ຜັນ​ຂ​ະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ 2014-2018 ເປັນ​ຢ່າງ​ດີ, ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂໍ້​ຕົກ​ລົງ​ການ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານຮ່ວມ ຫວຽດ​ນາມ - ໄທ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ຫວຽດ​ນາມ ແລະ ໄທ ແມ່ນ​ສອງ​ປະ​ເທດ​ສົ່ງ​​ອອກເຂົ້າ​ສານ​ໃຫຍ່​ສຸດ​ໃນ​ໂລກ, ສະ​ນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ໃຫ້​ສອງ​ປະ​ເທດ ຄວນ​ມີ​ການ​ຮ່ວມ​ມື​ເພື່ອ​ຊ່ວຍ​ລາ​ຄາ​ເຂົ້າ​ສານ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ສອງ​ປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ ສອງ​ປະ​ເທດ​ຄວນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ແຮງກວ່າ, ມານ​ະພະ​ຍາ​ຍາມນຳ​ວົງ​ເງິນ​ ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເຖິງ 20 ຕື້ USD ໃນ​ປີ 2020. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມ​ສະ​ຫງົບ ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ໂທ​ລະ​ສັບ​ສາຍ​ດ່ວນ​ເພື່ອ​ແກ​້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ບົນ​ທະ​ເລ.  ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທານະ​ສັກ ປະ​ຕິ​ມາ​ປະ​​ກອນ ຂອບ​ອົກ​ຂອບ​ໃຈ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ໄທ ແລະ ໃຫ້​ຮູ້​ວ່າ : ປະ​ຈຸ​ບັນ ມີ​ວິ​ສາ​ຫະ​ກິດ​ໄທ​ຫລາຍ​ແຫ່ງ ພວມ​ສົນ​ໃຈເຖິງ​ຕະ​ຫລາດ​ຫວຽດ​ນາມ. ລັດ​ຖະ​ບານ​ໄທ ສົ່ງ​ເສີມ​ບັນ​ດາ​ນັກ​ລົງ​ທຶນ​ໄທ​ເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ຢ່າງ​ຍາວ​ນານ, ຍືນ​ຍົງ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ​ສອງ​ຝ່າຍ.

ກ່ອນ​ຫນ້ານັ້ນ ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ເຮັດ​ວຽກ​ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທະ​ນາ​ສັກ​ ປະ​ຕິ​ມາ​ພະ​ກອນ. ນະ​ທີ່ນີ້, ສອງ​ຝ່າຍ​ໄດ້​ເຫັນ​ດີ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ຕັ້ງ​ຫນ້າ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ເພື່ອ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ ອາ​ຊຽນ ແລະ ທັດ​ສະ​ນະ​ລວມ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ພ້ອມ​ທັງ​ຕັ້ງ​ຫນ້າ ຮ່ວມ​ມື​ນຳ​ກັນ ແລະ ກັບ​ບັນ​ດາ​ປະ​ເທດ​, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນ ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ແຫລ່ງ​ນ້ຳ​ແມ່​ນ້ຳ​ຂອງ​ແບບ​ຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ.


ຕອບກັບ

ຂ່າວ/ບົດ​ອື່ນ