ຫວຽດ​ນາມ ຊ່ວຍ​ເຫຼືອ​ ລາວ ສ້າງ​ສ​ະ​ຖາ​ນີ​​ຖ່າຍ​ທອດ​ວິ​ທະ​ຍຸກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ ແຂວງ ຫົວ​ພັນ

(VOVWORLD) - ໂຄງການດັ່ງກ່າວຈະກໍ່ສ້າງສຳເລັດໃນເດືອນ ທັນວາ 2026 ປະກອບສ່ວນສ້າງພື້ນຖານ ແລະ ພັດທະນາຕາໜ່າງກະຈາຍສຽງ, ໂທລະພາບໃນດິນແດນລາວ.
ຫວຽດ​ນາມ ຊ່ວຍ​ເຫຼືອ​ ລາວ ສ້າງ​ສ​ະ​ຖາ​ນີ​​ຖ່າຍ​ທອດ​ວິ​ທະ​ຍຸກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ ແຂວງ ຫົວ​ພັນ - ảnh 1ພິທີເລີ່ມລົງມືກໍ່ສ້າງ “ສະຖານີຖ່າຍທອດວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງ ຫົວພັນ” (ພາບ: VOV)

  ຕອນເຊົ້າວັນທີ 27 ຕຸລາ, ຢູ່ແຂວງ ຫົວພັນ, ລາວ, ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງ “ສະຖານີຖ່າຍທອດວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງ ຫົວພັນ”. ນີ້ແມ່ນໂຄງການໂດຍລັດຖະບານ ຫວຽດນາມ ມອບໃຫ້ສະຖານີໂທລະພາບແຫ່ງຊາດ ຫວຽດນາມ ປະຕິບັດ  ດ້ວຍ 3 ກຸ່ມໜ້າວຽກຕົ້ນຕໍ, ລວມມີ: ກຸ່ມໜ້າວຽກຖ່າຍທອດກະຈາຍສຽງ, ໂທລະພາບ; ຜະລິດ, ກະກຽມບັນດາເນື້ອໃນລາຍການກະຈາຍສຽງ ແລະ ບັນດາກິດຈະກຳຊ່ວຍໜູນ.

        ຄາດວ່າ, ໂຄງການດັ່ງກ່າວຈະກໍ່ສ້າງສຳເລັດໃນເດືອນ ທັນວາ 2026 ປະກອບສ່ວນສ້າງພື້ນຖານ ແລະ ພັດທະນາຕາໜ່າງກະຈາຍສຽງ, ໂທລະພາບໃນດິນແດນລາວ; ພ້ອມທັງຖ່າຍທອດຄື້ນບັນດາລາຍການຂອງສະຖານີໂທລະພາບ ຫວຽດນາມ ເພື່ອຮັບໃຊ້ປະຊາຄົມຊາວ ຫວຽດນາມ ແລະ ຊາວ ລາວ ຮູ້ພາສາ ຫວຽດນາມ ຢູ່ແຂວງ ຫົວພັນ ອີກດ້ວຍ.

ເຈິ່ນຕວັນ, ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ