ຫວຽດນາມ ມານະພະຍາຍາມດຶງດູດແຂກທ່ອງທ່ຽວສາກົນ

(VOVWORLD) -ໃນປີ 2019, ຂະແໜງການທ່ອງທ່ຽວບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນແຕ່ 17,5-18 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 85 ລ້ານເທື່ອຄົນ.
ຫວຽດນາມ ມານະພະຍາຍາມດຶງດູດແຂກທ່ອງທ່ຽວສາກົນ - ảnh 1(ພາບປະກອບ:  TTXVN)

  ໄລ່ມາຮອດເດືອນ ກໍລະກົດ 2019, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 9,8 ລ້ານເທື່ອຄົນ,ເພີ່ມຂຶ້ນ 7,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ໃນປີ 2019, ຂະແໜງການທ່ອງທ່ຽວບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນແຕ່ 17,5-18 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 85 ລ້ານເທື່ອຄົນ, ລາຍຮັບທີ່ໄດ້ມາຈາກແຂກທ່ອງທ່ຽວບັນລຸປະມານ 700.000 ຕື້ດົງ. ໃນຊຸມເດືອນຍັງເຫຼືອຂອງປີ 2019, ຂະແໜງການທ່ອງທ່ຽວຈະສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມ ເພື່ອຊຸກຍຍູ້ທັງຕະຫຼາດແຂກທ່ອງທ່ຽວສາກົນ ແລະ ພາຍໃນປະເທດ. ໃນນັ້ນ, ຈະເປັນເຈົ້າການສົມທົບກັບບັນດາທອ້ງຖິ່ນ, ວິສາຫະກິດ ແລະ ພິເສດແມ່ນຂະແໜງການບິນ ເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາໃນວຽກງານການຈັດຕັ້ງຕ້ອນຮັບແຂກທ່ອງທ່ຽວຢູ່ບາງສະຖານທີ່ທ່ອງທ່ຽວຈຸດສຸມ.


ຕອບກັບ

ຂ່າວ/ບົດ​ອື່ນ