ຫວຽດນາມ - ລາວ ເພີ່ມທະວີ ການຮ່ວມມືບຳລຸງສ້າງຊັບ ພະຍາກອນມະນຸດທີ່ເຮັດວຽກງານຊົນເຜົ່າ

ຫວຽດນາມ - ລາວ ເພີ່ມທະວີ ການຮ່ວມມືບຳລຸງສ້າງຊັບ ພະຍາກອນມະນຸດທີ່ເຮັດວຽກງານຊົນເຜົ່າ - ảnh 1
ພາບປະກອບ

(vovworld) – ວັນ​ທີ 22/5, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ຊົນ​ເຜົ່າ​ຫວຽດນາມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ເພີ່ມທະວີການ​ຮ່ວມ​ມື​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ເຮັດ​ວຽກ​ງານ​ຊົນ​ເຜົ່າຫວຽດນາມ - ລາວ. ຂໍ້​ຕົກລົງ​ຊີ້​ແຈ້ງວ່າ ຫວຽດນາມ ​ແລະ ລາວ​ຈະ​ສົມທົບ​ກັນ ບຳລຸງ​ສ້າງ​ພະນັກງານ, ​ແຕ່​ລະ​ຊຸດ​​ເຝິກອົບຮົມຈະ​ແກ່ຍາວ 1 ​ເດືອນ ຕາມ​ໄລຍະ​ເວລາ​ທີ່​ເໝາະ​ສົມ. ທັງ​ສອງ​ຝ່າຍ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ, ​ເຫັນ​ດີ​ຕໍ່ 12 ຫົວ​ເລື່ອງ​ສະ​ເພາະ​ໃຫ້​ແກ່​ການ​ເຝິກອົບ​ຮົບ​ແຕ່​ລະ​ຊຸດ​. ​ໃນ​ນັ້ນ​ມີ: ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ ​ແລະ ລັດ, ການຈັດ​ຕັ້ງ​ປະຕິບັດ​ລາຍການ, ​ໂຄງການ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ​ໃນ​ໂອກາດ​ນີ້, ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ຊົນ​ເຜົ່າ​ຫວຽດນາມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ປະຕິບັດ​ວຽກ​ງານ​ຊົນ​ເຜົ່າ ​ແລະ ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ແຕ່ລະ​ປະ​ເທດ, ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ຮູບ​ແບບ​ພັດທະນາ​ເສດຖະກິດ​ສັງຄົມ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ