ຫວຽດນາມ ຮ່ວມມືກັນລາວ ສຳຫຼວດ ແລະ ຂຸດຄົ້ນແຮ່ທາດ

ຫວຽດນາມ ຮ່ວມມືກັນລາວ ສຳຫຼວດ ແລະ ຂຸດຄົ້ນແຮ່ທາດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 22/3, ບໍລິສັດ​ໃຫຍ່ທາ​ດ​ເຄມີນ້ຳມັນ​ອາຍ​ແກ​ດ ສັງກັດ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດຫວຽດນາມ ​ໄດ້ລົງ​ນາມ​​ໃນ​ສັນຍາ​ຂຸດຄົ້ນ ​ແລະ ປຸງ​ແຕ່ງແຮ່​ທາດ ບາຣິດ ຢູ່​ເມືອງ​ວິລະ​ບູລີ ​ແຂວງ​ສະຫວັນ​ນະ​ເຂດກັບ​ບໍລິສັດ​ໃຫຍ່ VTS ຂອງ​ລາວ. ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ມີ​ທ່ານ ບຸນ​ທະວີ ສີສຸພັນທອງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນລາວ, ທ່ານ Ta Minh Chau, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ ພ້ອມ​ກັບ​ການ​ນຳ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂັ້ນຕ່າງໆ​ຂອງ​ຫວຽດນາມ ​ແລະ ລາວ. ​ໂຄງການ​ມີ​ຍອດ​ຈຳນວນ​ເງິນ​ລ​ົງທຶນ​ກ່ວາ 3 ລ້ານ USD, ຄາດ​ວ່າ​ຈະ​ນຳເຂົ້າ​ເຄື່ອນ​ໄຫວ​ໃນ​ໄຕ​ມາດ​ທີ 3/2012. ​ໂຮງງານມີ​ກຳລັງ​ການ​ປຸງ​ແຕ່ງ​​ແຮ່​ທາດ ບາຣິດ 35.000 ​ໂຕນ/ປີ. ຜະລິດ​ຕະພັນ​ບາຣິດຂອງ​ໂຮງງານ​ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ເຈາະ, ສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດຫວຽດນາມ ​ແລະ ລາວ.

ຂ່າວ/ບົດ​ອື່ນ