ຫວຽດນາມ ຮຽກຮ້ອງ IPU ປົກປ້ອງ ແລະ ຊຸກຍູ້ບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ

ຫວຽດນາມ ຮຽກຮ້ອງ IPU ປົກປ້ອງ ແລະ ຊຸກຍູ້ບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ
ເຂົ້າຮ່ວມ IPU ຄັ້ງ​ທີ 131
(ພາບ: TTXVN)


(vovworld) – ວັນ​ທີ 14/10, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ສະມັດຊາ​ໃຫຍ່ລັດຖະສະພາລະຫວ່າງ​ຊາດ​ສາກົນ (IPU) ຄັ້ງ​ທີ 131 ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ​ໃນ​ນັ້ນ​ໄດ​້​ເນັ້ນ​ໜັກ​ເຖິງ​ບັນ​ຫາສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ມີ​ສະຕິ​ວ່າຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແມ່ນ​ຈຸດໝາຍ, ທັງ​ແມ່ນ​ປັດ​ໃຈ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ການ​ພັດທະນາ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ. ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ຊຸດ​ທີ 2014 – 2016, ຫວຽດນາມ ພວມ​ຕັ້ງໜ້າ​ປະຕິບັດ​ບັນ​ດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ຂອງ​ຕົນ ກ່ຽວ​ກັບ​ການ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດ​ທິ​ມະນຸດ, ​ໃນ​ນັ້ນ​ມີ​ສິດ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງກ່ຽວ​ກັບ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ຕາມ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟ່ອງທິຟ໋ອງ ​ແລ້ວ, ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແມ່ນ​ສິດ​​ພື້ນຖານຂອງ​ມະ​ນຸດ, ​ແມ່ນຈຸດໝາຍ​ຂອງ​ແຕ່ລະ​ປະ​ເທດ ​ແລະ ​ເປັນ​ເຄື່ອງ​ວັກ​ແທດ​ທີ່​ສຳຄັນ​ເພື່ອ​ຕີ​ລາຄາ​ລະດັບ​ຄວາມ​ກ້າວ​ໜ້າ ​ແລະ ພັດທະນາ​ຂອງ​ສັງຄົມ.

ຂ່າວ/ບົດ​ອື່ນ