ຫວຽດນາມ ແບ່ງປັນບົດຮຽນກ່ຽວກັບ ການສົ່ງເສີມວຽກເຮັດງານທຳຢ່າງໝັ້ນຄົງຢູ່ເວທີປາໄສ ILO

ຫວຽດນາມ ແບ່ງປັນບົດຮຽນກ່ຽວກັບ ການສົ່ງເສີມວຽກເຮັດງານທຳຢ່າງໝັ້ນຄົງຢູ່ເວທີປາໄສ ILO - ảnh 1
ທ່ານ Doan Mau Diep ​ຫົວໜ້າ​ຄະນະ​ຜູ​້ແທນ​ຫວຽດນາມ
( ພາບ: vietnamplus.vn )


( vovworld ) -   ວັນ​ທີ 7/6, ກ່າວ​ຄຳ​ເຫັນ​ຢູ່ກອງ​ປະຊຸມ​ສະມັດ​ຊາ​ໃຫຍ່​ອົງການ​ແຮງ​ງານ​ສາກົນ ( ILO ) ຄັ້ງ​ທີ 101 ​ເຊິ່ງຖືກຈັດ​ຂຶ້ນ​ທີ່ສຳນັກງານ​ສະຫະ​ປະຊາ​ຊາດ ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຫວຽດນາມ Doan Mau Diep ​ຫົວໜ້າ​ຄະນະ​ຜູ​້ແທນ​ຫວຽດນາມ ​​ທີ່​ໄປເຂົ້າ​ຮ່ວມ​ກອງ​ປະຊຸມໃຫ້​ຮູ້​ວ່າ ຍາມ​ໃດ​ເລື່ອງ​ວຽກ​ເຮັດ​ງານ​ທຳກໍ່​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ອັນ​ດັບ​ໜື່ງຢູ່​ຫວຽດນາມ. ລັດຖະບານ​ຫວຽດນາມ ​ໄດ້​ອະ​ນຸມັດ​ຜ່ານ​ໂຄງການ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ໄວ​ໜຸ່ມ ດ້ວຍ​ເປົ້າ​ໝາຍ​ກໍ່ສ້າງ​ແຫຼ່ງຊັບພະ​ຍາກ​ອນມະນຸດໜຸ່ມ​ທີ​ມີ​ຄຸນ​ນະພາບສູງ,ຕອບສະໜອງຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ສັງຄົມ, ​ໃນ​ນັ້ນ, ບັນຫາ​ສ້າງ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ບຳລຸງ​​ເຕັກນິກເຮັດ​ວຽກ, ກໍ່​ຮ່າງ​ສ້າງ​ຕົວ… ​ແມ່ນ​ບັນດາ​ເປົ້າ​ໝາຍ​ພື້ນຖານ​ຂອງ​ໂຄງການ​ນີ້. ຫວຽດນາມ ຊົມ​ເຊີຍ​ການ​ປຶກສາ​ຫາລື​ບົດ​ລາຍ​ງານ “ ​ເພື່ອ​​ເຮັດ​ໃຫ້ວິວັດ​ການ​​ໂລກາ​ພິວັດ​ມີ ​ໂສມ​ໜ້າ​ວັດທະນະທຳມະນຸດ ”, ​ໃນ​ນັ້ນສະທ້ອນ​ໃຫ້​ເຫັນ​ໂດຍ​ສັງລວມກ່ຽວ​ກັບ​ກົດໝາຍ ​ແລະ ພຶດຕິ​ກຳຕົວ​ຈິງ​ກ່ຽວ​ກັບ​ບັນດາ​ສິດ ​ແລະ ຫຼັກ​ການ​ອັນເປັນ​ພື້ນຖານ​ໃນ​ການ​ອອກ​ແຮງ​ງານ​ຢູ່​ບັນດາ​ປະ​ເທດ​ສະມາຊິກ; ພ້ອມ​ກັນ​ນັ້ນ​ຖອດຖອນ​​ບົດຮຽນຕ່າງໆ, ​ແບ່ງປັນ​ບັນດາ​ຂໍ​້ລິ​ເລີ່ມທີ່​ດີເຊິ່ງ​ໄດ້​ນຳ​ໃຊ້ຢູ່​ປະ​ເທດ​ຕ່າງໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ສິດ ​ແລະ ຫຼັກການ​ທີ​ເປັນ​ພື້ນຖານ​ໃນ​ການ​ອອກ​ແຮງ​ງານ.

ຂ່າວ/ບົດ​ອື່ນ