(VOVWORLD) -ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ ໄດ້ດຳເນີນໃນຕອນເຊົ້າວັນທີ 11 ມັງກອນ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທີ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ພົບປະເຈລະຈາກັບ ທ່ານ ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ພົບປະເຈລະຈາກັບ ທ່ານ ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ |
ທີ່ການພົບປະ, ນາຍົກລັດຖະມົນຕີສອງທ່ານ ໄດ້ສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງພັກ ແລະ ສອງລັດ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃນການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ໃນໄລຍະທີ່ຈະມາເຖິງ, ສອງຝ່າຍເປັນເອກະສັນກັນ ມານະພາຍາຍາມບຸກບືນຜັນຂະຫຍາຍຂໍ້ຕົກລົງຮ່ວມມືຍຸດທະສາດ ຫວຽດນາມ-ລາວ ໄລຍະ 2021-2030, ສັນຍາຮ່ວມມືສອງຝ່າຍ ຫວຽດນາມ-ລາວ ໄລຍະ 2021-2025 ແລະ ບັນດາຂໍ້ຕົກລົງ, ແຜນການຮ່ວມມືທີ່ໄດ້ລົງນາມໃນຂົງເຂດຕ່າງໆ; ຍູ້ແຮງການແລກປ່ຽນທິດສະດີການເມືອງ; ສົມທົບກັນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ; ເພີ່ມທະວີການຮ່ວມມືປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ສືບຕໍ່ຮັກສາການເຕີບໂຕດ້ານການຄ້າໃຫ້ໝັ້ນຄົງ ແຕ່ 10-15% ຕໍ່ປີຂຶ້ນໄປ; ເປີດກວ້າງການຮ່ວມມືລົງທຶນຢ່າງບໍ່ຢຸດຢັ້ງ; ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືດ້ານຍຸຕິທຳ, ວິທະຍາສາດເຕັກໂນໂລຊີ. ວັດທະນະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຮ່ວມ.
ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເປັນເອກະສັນກັນສືບຕໍ່ສົມທົບຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ໜູນຊ່ວຍເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ (ສປຊ), ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນ; ພ້ອມກັບບັນດາປະເທດອາຊຽນອື່ນໆ ສູ້ຊົນຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃຫ້ແໜ້ນແຟ້ນ, ສົມທົບກັນຮັກສາຫຼັກໝັ້ນລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດ, ໃນນັ້ນມີບັນຫາທະເລຕາເວັນອອກ. ໃນໄລຍະທີ່ຈະມາເຖິງ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ປະຕິບັດໜ້າທີ່ຄວາມຮັບຜິດຊອບສາກົນໃຫ້ສຳເລັດຜົນ, ໃນນັ້ນມີບົດບາດການເປັນປະທານອາຊຽນ AIPA ໃນປີ 2024.
ພາຍຫຼັງການພົບປພເຈລະຈາ, ນາຍົກລັດຖະມົນຕີ ສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື ລະຫວ່າງສອງປະເທດ ຈໍານວນ 10 ສະບັບ.