ຫວຽດນາມ ແລະ ລາວ ຮ່ວມມືໃນຫຼາຍຂົງເຂດ ຢ່າງມີປະສິດທິຜົນ

ຫວຽດນາມ ແລະ ລາວ ຮ່ວມມືໃນຫຼາຍຂົງເຂດ ຢ່າງມີປະສິດທິຜົນ - ảnh 1
ກອງ​ປະຊຸມ​ອະນຸ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ ປີ 2013

(vovworld) – ຫວຽດນາມ​ແລະ​ລາວ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຢ່າງ​ມີ​ປະສິດທິ​ຜົນ - ​ນັ້ນແມ່ນ​ຂໍ້ສັງ​ເກດ​ຂອງ​ຜູ້ຕາງໜ້າ 2 ຝ່າຍ ຫວຽດນາມ ​ແລະ ລາວ ທີ່​ກອງ​ປະຊຸມ​ຄະນະກຳມາທິການຮ່ວມ​ມື ຫວຽດນາມ - ລາວ, ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 – 31/10, ຢູ່​ນະຄອນ ດົງ​ຮ່າ, ​ແຂວງ ກວາງ​ຈີ້. ທ່ານ​ຮອງ​ປະທານ​ຄະນະກຳມາທິການຮ່ວມ​ມື ຫວຽດນາມ - ລາວ ກາວ​ວຽດຊິງ ​ແລະ ທ່ານ​ຮອງ​ປະທານຄະນະກຳມາທິການຮ່ວມ​ມື ລາວ - ຫວຽດນາມ ພອນ​ສຸກ ຄຸນສົມບັດ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ.

        2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເລື່ອງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ທີ່​ສັນ​ຍາ​ຮ່ວມ​ມື​ປີ 2013 ​ໄດ້​ລົງ​ນາມ​ລະຫວ່າງ​ລັດຖະບານ 2 ປະ​ເທ​ດບັນລຸ​ຈຸດໝາຍ​ວາງ​ອອກ​ໂດຍ​ພື້ນຖານ. ​ໃນ​ນັ້ນ, ການ​ພົວພັນ​ດ້ານການ​ເມືອງ, ການ​ທູ​​ດ ຫວຽດນາມ - ລາວ ສືບ​ຕໍ່​ໄດ​້ຮັບ​ການ​ປັບປຸງ​ຢ່າງ​ໜັກ​ແໜ້ນ. ສະພາບ​ການ​ໃນ​ເຂດ​ຊາຍ​ແດນ ຫວຽດນາມ - ລາວ ມີສະຖຽນ​ລະ​ພາບ, ຄວາມສະຫງົບ​ປອດ​​ໄພຢູ່​ເຂດ​ຊາຍ​ແດນ​ໄດ້​ຮັບ​ການ​ຮັກສາ​ໂດຍ​ພື້ນຖານ. ການ​ຮ່ວມ​ມື​ດ້ານ​ການສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ສືບ​ຕໍ່​ໄດ້​ຮັບ​ບຸລິມະສິດ, ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ການລົງທຶນ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ລາວ ຍັງ​ຄົງ​ນຳ​ໜ້າ​ໃນຈຳນວນ​ບັນດາ​ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນທີ່ມີ​ວິ​ສາ​ຫະກິດ​ລົງທຶນ​ຢູ່ ລາວ. 2 ຝ່າຍ​ຕັ້ງໜ້າ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ການ​ຄ້າ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຄ້າ​ຊາຍ​ແດນ ​ແລະ ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ຕະຫຼາດ. ບັນດາ​ໂຄງການ​ນຳ​ໃຊ້​ທຶນຊ່ວຍ​ເຫຼືອ​ລ້າ​ຈາກ ຫວຽດນາມ ​ສະຫງວນ​ໃຫ້​ແກ່ ລາ​ວ ​ໄດ​້ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ຄືບ​ໜ້າ​ທີ່ໄດ້ວາງ​ອອກ​ໂດຍ​ພື້ນຖານ. 2 ຝ່າຍ​ໄດ້​ດຳ​ເນີນ​ການ​ເຊັນ​ສັນຍາ​ຮ່ວມ​ມືດ້ານ​​ແຮງ​ງານ ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ